Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:40 - ພຣະຄຳພີສັກສິ

40 ການ​ໃຊ້​ສະຫລາກ​ຄັ້ງ​ທີ​ເຈັດ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ດານ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:40
7 Jak'a apnaqawi uñst'ayäwi  

ລູກຊາຍ​ທີ່​ເກີດ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ຂອງ​ຣາເຊັນ ມີ​ດັ່ງນີ້: ດານ​ແລະ​ເນັບທາລີ.


ຊາຍແດນ​ທາງ​ດ້ານ​ເໜືອ​ຂອງ​ດິນແດນ ແມ່ນ​ນັບ​ແຕ່​ທິດ​ຕາເວັນອອກ ຈາກ​ທະເລ​ເມດີແຕຣາເນ ເຖິງ​ເມືອງ​ເຮດໂລນ, ຊ່ອງແຄບ​ຮາມັດ, ເມືອງ​ຮາຊາ​ເອໂນນ ແລະ​ຊາຍແດນ​ລະຫວ່າງ​ອານາຈັກ​ດາມັສກັດ​ແລະ​ຮາມັດ. ຈົ່ງ​ໃຫ້​ແຕ່ລະເຜົ່າ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ ທີ່​ຕໍ່​ອອກ​ໄປ​ແຕ່​ຊາຍແດນ​ທາງທິດ​ຕາເວັນອອກ ຫາ​ທິດ​ຕາເວັນຕົກ ເຖິງ​ທະເລ​ເມດີແຕຣາເນ ຕາມ​ລຳດັບ​ແຕ່​ເໜືອ​ສູ່​ໃຕ້​ມີ​ດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເນັບທາລີ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ,


ໃນ​ຄາວນັ້ນ ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ເທື່ອ. ເວລາ​ນັ້ນ ຄົນ​ໃນ​ເຜົ່າ​ດານ​ກຳລັງ​ຊອກ​ຫາ​ເຂດແດນ​ມາ​ເປັນ​ຂອງຕົນ​ເພື່ອ​ຕັ້ງ​ຖິ່ນຖານ​ຢູ່ ຍ້ອນ​ວ່າ​ໃນ​ບັນດາ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ພວກເຂົາ​ຍັງ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ມາ​ເປັນ​ກຳມະສິດ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka