Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:35 - ພຣະຄຳພີສັກສິ

35 ສ່ວນ​ເມືອງ​ທີ່​ມີ​ກຳແພງ​ນັ້ນ​ມີ​ດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ,

Uka jalj uñjjattʼäta Copia luraña




ໂຢຊວຍ 19:35
14 Jak'a apnaqawi uñst'ayäwi  

ອາກວາດີ, ເຊມາຣີ ແລະ​ຮາມັດ. ພາຍລຸນ​ມາ ເຜົ່າ​ຕ່າງໆ​ຂອງ​ເຊື້ອສາຍ​ການາອານ​ກໍ​ແຜ່ຜາຍ​ອອກ​ໄປ


ທີ່​ພຣະວິຫານ ກະສັດ​ໂຊໂລໂມນ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ເວລາ​ເຈັດ​ວັນ. ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮ່ວມ​ນຳ ຄື​ມາ​ແຕ່​ທາງ​ເໜືອສຸດ​ຂອງ​ຊ່ອງແຄບ​ຮາມັດ ແລະ​ເຂດແດນ​ທາງໃຕ້​ຂອງ​ປະເທດ​ເອຢິບ.


ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


ແລະ​ຈາກ​ນັ້ນ​ໄປ​ເຖິງ​ຊ່ອງແຄບ​ຮາມັດ​ແລ້ວ​ຕໍ່ໄປ​ເຖິງ​ເຊດາດ


ເມື່ອ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ໄດ້​ຂ້າມ​ທະເລສາບ​ມາ​ເຖິງ ກໍ​ຈອດ​ເຮືອ​ໄວ້​ທີ່​ທ່າ​ເມືອງ​ເຄັນເນຊາເຣັດ.


ທາງທິດ​ຕາເວັນຕົກ ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຮອດ​ແມ່ນໍ້າ​ຈໍແດນ ຕັ້ງແຕ່​ທະເລສາບ​ຄາລີເລ​ໃນ​ຕອນເໜືອ ລົງ​ມາ​ຮອດ​ທະເລຕາຍ​ໃນ​ຕອນ​ໃຕ້ ແລະ​ເລີຍ​ມາ​ຮອດ​ຕີນ​ພູ​ປີສະກາ​ທາງທິດ​ຕາເວັນອອກ.


ແລະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ເນີນພູ​ທາງ​ພາກເໜືອ, ຢູ່​ທາງ​ຮ່ອມພູ​ຈໍແດນ​ໃຕ້​ທະເລສາບ​ຄາລີເລ, ຢູ່​ຕາມ​ຕີນ​ພູ ແລະ​ຢູ່​ຕາມ​ຝັ່ງ​ທະເລ​ໃກ້​ກັບ​ເມືອງ​ໂດເຣ.


ສ່ວນ​ທີ່​ຢູ່​ໃນ​ຮ່ອມພູ​ຈໍແດນ​ນັ້ນ​ມີ​ດັ່ງນີ້: ເບັດ​ຮາຣາມ, ເບັດ​ນີມຣາ, ຊຸກໂກດ ແລະ​ຊາໂຟນ ແລະ​ອານາຈັກ​ສ່ວນ​ທີ່​ເຫຼືອ​ຂອງ​ເຈົ້າສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ. ສ່ວນ​ເຂດແດນ​ຂອງ​ພວກເຂົາ​ທາງ​ດ້ານ​ຕາເວັນຕົກ​ນັ້ນ ແມ່ນ​ແມ່ນໍ້າ​ຈໍແດນ​ເລີຍ​ໄປ​ທາງທິດເໜືອ​ຈົນເຖິງ​ທະເລສາບ​ຄາລີເລ.


ຈາກ​ບ່ອນ​ນີ້​ຊາຍແດນ​ໄດ້​ລ້ຽວ​ໄປ​ທາງທິດ​ຕາເວັນຕົກ​ທາງ​ອາຊະໂນດ​ຕາໂບ ຈາກ​ນັ້ນ​ໄປ​ສູ່​ຮຸກໂກກ​ໂດຍ​ທາງໃຕ້​ໄປ​ຈຸ​ກັບ​ເຊບູໂລນ, ທາງທິດ​ຕາເວັນຕົກ​ຕິດ​ກັບ​ອາເຊ ແລະ​ທາງທິດ​ຕາເວັນອອກ​ຕິດ​ກັບ​ແມ່ນໍ້າ​ຈໍແດນ.


ອາດາມາ, ຣາມາ, ຮາໂຊ,


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ຈາກ​ເຂດແດນ​ຂອງ​ເນັບທາລີ ພວກເຂົາ​ໄດ້​ຮັບ 3 ຕົວເມືອງ ມີ​ດັ່ງນີ້: ເກເດັດ​ໃນ​ຄາລີເລ, ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ຮາມໂມດ​ໂດເຣ ແລະ​ກາກຕານ ພ້ອມ​ທັງ​ທົ່ງຫຍ້າ.


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka