Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:32 - ພຣະຄຳພີສັກສິ

32 ການ​ໃຊ້​ສະຫລາກ​ຄັ້ງ​ທີ​ຫົກ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເນັບທາລີ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:32
11 Jak'a apnaqawi uñst'ayäwi  

ລູກຊາຍ​ທີ່​ເກີດ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ຂອງ​ຣາເຊັນ ມີ​ດັ່ງນີ້: ດານ​ແລະ​ເນັບທາລີ.


ເນັບທາລີ ເປັນ​ດັ່ງ​ກວາງນ້ອຍ​ຮອຍ​ງາມ​ຍ່າງ​ສະຫງ່າ ແລ່ນ​ລ່າເລີງ​ເລາະ​ຫລິ້ນ​ເສລີ​ແທ້​ຕາມ​ພົງໄພ; ດັ່ງ​ພັນ​ໄມ້​ດີ​ມີ​ເຊື້ອ​ງາມ​ງ່າ​ງາມ​ຕາ ເກີດ​ລູກ​ມາ​ຊ່າງ​ໜ້າ​ຊົມ ຊື່ນ​ອາຣົມ​ສົມໃຈ​ແທ້.


ອາຮີມາອາດ ຜູ້​ທີ່​ໄດ້​ແຕ່ງງານ​ກັບ​ນາງ​ບາເສມາດ ລູກສາວ​ອີກ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ເຂດແດນ​ເນັບທາລີ.


ພຣະອົງ​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ໄປ​ຢູ່​ກາເປນາອູມ ເມືອງ​ໜຶ່ງ​ທີ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ.


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເນັບທາລີ​ວ່າ, “ເນັບທາລີ​ບໍຣິບູນ​ດ້ວຍ​ພຣະພອນ​ນາໆ​ປະການ ໂດຍ​ພຣະຄຸນ​ຄວາມດີ​ປົກ​ເກົ້າ​ເຝົ້າ​ຄຸ້ມຄອງ​ໄວ້; ພຣະເຈົ້າຢາເວ​ອວຍພອນ​ໃຫ້​ດິນແດນ​ພວກເຂົາ​ຂະຫຍາຍ​ໃຫຍ່ ຍາວ​ຢຽດ​ໄປ​ຮອດ​ໃຕ້​ຈາກ​ທະເລສາບ​ຄາລີເລ.”


ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອາເຊ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ຊາຍແດນ​ຂອງ​ພວກເຂົາ​ໄດ້​ເລີ່ມ​ແຕ່​ເຮເລັບ​ໄປ​ສູ່​ຕົ້ນໂອກ ທີ່​ຊາອານັນນິມ, ໄປ​ສູ່​ອາດາມີເນເກັບ ແລະ​ຢັບເນເອນ, ເລີຍ​ໄປ​ຈົນເຖິງ​ລັກກູມ ແລະ​ໄປ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.


ເຜົ່າ​ເນັບທາລີ​ບໍ່ໄດ້​ຂັບໄລ່​ປະຊາຊົນ ທີ່​ຢູ່​ໃນ​ເມືອງ​ເບັດເຊເມດ​ແລະ​ເມືອງ​ເບັດ​ອານາດ ໃຫ້​ອອກ​ໜີໄປ. ຊາວ​ເນັບທາລີ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ແຕ່​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka