Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:29 - ພຣະຄຳພີສັກສິ

29 ແລ້ວ​ຊາຍແດນ​ນີ້​ກໍໄດ້​ລ້ຽວ​ໄປ​ທາງ​ຣາມາ ໂດຍ​ໄປ​ຈຸ​ກັບ​ຕີເຣ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ແລ້ວ​ລ້ຽວ​ໄປ​ທາງ​ໂຮສາ​ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ. ດິນແດນ​ນີ້​ຍັງ​ໄດ້​ຮວມ​ເອົາ​ທັງ​ມາຮາລາບ, ອັກຊິບ,

Uka jalj uñjjattʼäta Copia luraña




ໂຢຊວຍ 19:29
12 Jak'a apnaqawi uñst'ayäwi  

ນາງ​ໄດ້​ລູກຊາຍ​ອີກ​ເປັນ​ຄົນ​ທີ​ສາມ​ແລະ​ໃສ່​ຊື່​ໃຫ້​ວ່າ ເຊລາ. ເວລາ​ລູກຊາຍ​ຜູ້​ນີ້​ເກີດ​ມາ ຢູດາ​ອາໄສ​ຢູ່​ທີ່​ເມືອງ​ອັກຊິບ.


ແລ້ວ​ພວກເຂົາ​ກໍໄດ້​ໄປ​ທາງທິດໃຕ້​ຈົນເຖິງ​ເມືອງ​ຕີເຣ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ ແລະ​ໄປ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຂອງ​ຊາວ​ການາອານ ແລະ​ໃນທີ່ສຸດ ພວກເຂົາ​ກໍ​ມາ​ເຖິງ​ເມືອງ​ເບເອນເຊບາ ທາງ​ພາກໃຕ້​ຂອງ​ຢູດາຍ.


ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ຫາ​ກະສັດ​ດາວິດ ພ້ອມ​ທັງ​ສົ່ງ​ໄມ້ແປກ, ຊ່າງ​ໄມ້, ຊ່າງ​ກໍ່​ເພື່ອ​ສ້າງ​ວັງ​ຂອງ​ກະສັດ​ດາວິດ.


ກະສັດ​ໂຊໂລໂມນ​ຍັງ​ມີ​ຄົນ​ຂົນ​ຫີນ​ເຈັດສິບພັນ​ຄົນ ແລະ​ຄົນ​ຕັດ​ຫີນ​ຢູ່​ແຖບ​ເນີນພູ​ແປດສິບພັນ​ຄົນ;


“ມະນຸດ​ເອີຍ ຈົ່ງ​ປະນາມ​ເມືອງ​ຊີໂດນ.


ແຕ່​ບັດນີ້ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສັ່ງລາ​ເມືອງ​ໂມເຣເຊັດກາດ​ສາ​ເຖີດ. ບັນດາ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈະ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ເມືອງ​ອັກຊິບ.


ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ຕົນເອງ ແລະ​ສະສົມ​ເງິນຄຳ​ໄວ້​ຢ່າງ​ຫລວງຫລາຍ ຈົນ​ເປັນ​ຂອງ​ທຳມະດາ​ດັ່ງ​ຂີ້ຝຸ່ນ​ດິນ


ນອກ​ນີ້​ກໍ​ຍັງ​ມີ​ເມືອງ​ກີເບໂອນ, ຣາມາ, ເບເອໂຣດ,


ອູມມາ, ອາເຟັກ ແລະ​ເຣໂຮບ. ລວມ​ທັງໝົດ​ມີ 22 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ເຜົ່າ​ອາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເມືອງ​ອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ​ເຣໂຮບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka