28 ເອັບໂຣນ, ເຣໂຮບ, ຮາມໂມນ ແລະການາ, ຈົນໄປຮອດຊີໂດນ.
ຈົນເຂດແດນຂອງພວກເຂົາ ແຕ່ຊີໂດນທາງພາກໃຕ້ໄປເຖິງເມືອງເກຣາກ, ກາຊາ; ແລະໃນພາກຕາເວັນອອກໄປຈົນເຖິງເມືອງໂຊໂດມ, ໂກໂມຣາ, ອັດມາ ແລະເມືອງເຊບົວອິມ ທີ່ຢູ່ໃກ້ກັບເມືອງລາຊາ.
ແລະອອກໄປສູ່ເມືອງກີເລອາດກັບເມືອງກາເດັດ ໃນເຂດແດນຂອງຊາວຮິດຕີ. ຕໍ່ມາ ພວກເຂົາໄດ້ໄປທີ່ເມືອງດານ ແລະຈາກເມືອງດານພວກເຂົາໄດ້ໄປ ທາງທິດຕາເວັນຕົກຈົນເຖິງເມືອງຊີໂດນ.
ແລ້ວພວກເຂົາກໍໄດ້ໄປທາງທິດໃຕ້ຈົນເຖິງເມືອງຕີເຣ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນອັນເຂັ້ມແຂງ ແລະໄປທົ່ວທຸກເມືອງຂອງຊາວຮີວີແລະຂອງຊາວການາອານ ແລະໃນທີ່ສຸດ ພວກເຂົາກໍມາເຖິງເມືອງເບເອນເຊບາ ທາງພາກໃຕ້ຂອງຢູດາຍ.
ເມືອງຊີໂດນເອີຍ ຄວາມສຸກຂອງເຈົ້າໄດ້ສິ້ນສຸດລົງສາແລ້ວ ແລະປະຊາຊົນຂອງເຈົ້າກໍໄດ້ຖືກກົດຂີ່. ເຖິງແມ່ນວ່າພວກເຂົາປົບໜີໄປທີ່ເມືອງໄຊປຣັດ; ແຕ່ກໍຈະບໍ່ໄດ້ຮັບຄວາມປອດໄພ.
ຈົ່ງຄວນຄາງເຖີດ ບັນດາພໍ່ຄ້າທີ່ເມືອງຊີໂດນເອີຍ
ເມືອງຊີໂດນເອີຍ ເຈົ້າຖືກອັບອາຍຂາຍໜ້າສາແລ້ວ ທະເລແລະມະຫາສະໝຸດອັນກວ້າງເລິກບອກປະຕິເສດໄປວ່າ, “ເຮົາບໍ່ເຄີຍມີລູກຈັກເທື່ອ. ເຮົາບໍ່ເຄີຍລ້ຽງລູກຊາຍລູກຍິງເລີຍ.”
“ມະນຸດເອີຍ ຈົ່ງປະນາມເມືອງຊີໂດນ.
ສາມວັນຕໍ່ມາ ໄດ້ມີງານສົມຣົດທີ່ບ້ານການາໃນແຂວງຄາລີເລ ແລະແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ,
ພຣະເຢຊູເຈົ້າໄດ້ເຮັດການອັດສະຈັນເທື່ອທຳອິດ ທີ່ບ້ານການາ ແຂວງຄາລີເລ, ໃນທີ່ນັ້ນ ພຣະອົງໄດ້ເປີດເຜີຍສະຫງ່າຣາສີຂອງພຣະອົງໃຫ້ປາກົດ ແລະພວກສາວົກກໍໄດ້ເຊື່ອໃນພຣະອົງ.
ແລ້ວພຣະອົງກໍໄດ້ສະເດັດກັບຄືນໄປຍັງບ້ານການາແຂວງຄາລີເລອີກ ບ່ອນທີ່ພຣະອົງໄດ້ເຮັດໃຫ້ນໍ້າກາຍເປັນເຫຼົ້າອະງຸ່ນ ມີລູກຊາຍຂອງຂ້າຣາຊການຄົນໜຶ່ງ ທີ່ເມືອງກາເປນາອູມກຳລັງປ່ວຍຢູ່.
ວັນຕໍ່ມາ ພວກເຮົາໄດ້ມາເຖິງເມືອງຊີໂດນ, ຢູລີໂອໄດ້ມີໃຈເມດຕາຕໍ່ໂປໂລ ຈຶ່ງອະນຸຍາດໃຫ້ໂປໂລໄປຫາໝູ່ເພື່ອນໄດ້ ເພື່ອຮັບເອົາເຄື່ອງຂອງທີ່ຕົນຈຳເປັນໃຊ້.
ພຣະເຈົ້າຢາເວໄດ້ໃຫ້ພວກອິດສະຣາເອນມີໄຊຊະນະ. ພວກອິດສະຣາເອນໄດ້ໂຈມຕີ ແລະໄລ່ຕິດຕາມພວກເຂົາໄປທາງທິດເໜືອໄກສຸດ ຈົນເຖິງເມືອງມີສະເຣໂຟດມາອີມແລະຊີໂດນເມືອງໃຫຍ່ ແລະໄປທາງທິດຕາເວັນອອກໄກສຸດ ຈົນເຖິງຮ່ອມພູຂອງເມືອງມີຊະປາ. ການສູ້ຮົບໄດ້ດຳເນີນໄປ ຈົນກວ່າເຫຼົ່າສັດຕູໄດ້ຖືກຂ້າໝົດສິ້ນ.
ເຮນກາດ ແລະເຣໂຮບ ພ້ອມທັງທົ່ງຫຍ້າ.
ເຜົ່າອາເຊບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກເມືອງຕ່າງໆ ດັ່ງນີ້: ເມືອງອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະເຣໂຮບ.