Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:26 - ພຣະຄຳພີສັກສິ

26 ອັນລຳເມເລັກ, ອາມາດ ແລະ​ມີຊັນ. ທາງ​ທິດ​ຕາເວັນຕົກ​ໄປ​ຈຸ​ກັບ​ພູ​ກາເມນ​ແລະ​ຊີໂຮເຣ​ລິບນາດ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:26
15 Jak'a apnaqawi uñst'ayäwi  

ບັດນີ້ ທ່ານ​ຈົ່ງ​ສັ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄປ​ພົບ​ຂ້ານ້ອຍ​ເທິງ​ພູເຂົາ​ກາເມນ ພ້ອມ​ທັງ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ສີ່ຮ້ອຍ​ຫ້າສິບ​ຄົນ ແລະ​ພວກ​ຜູ້ທຳນວາຍ​ຂອງ​ເຈົ້າແມ່​ອາເຊຣາ​ສີ່ຮ້ອຍ​ຄົນ ທີ່​ຣາຊີນີ​ເຢເຊເບນ​ເຄີຍ​ຮ່ວມ​ໂຕະ​ອາຫານ​ນຳ.”


ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ທັງໝົດ​ຂຶ້ນ​ໄປ​ພົບ​ກັນ​ທີ່​ເທິງ​ພູເຂົາ​ກາເມນ.


ຂະນະທີ່​ກະສັດ​ອາຮາບ​ຂຶ້ນ​ໄປ​ກິນ​ແລະ​ດື່ມ​ນັ້ນ ເອລີຢາ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ຍອດພູ​ກາເມນ ຄຸເຂົ່າ​ກົ້ມ​ຂາບລົງ​ດິນ ແລະ​ກົ້ມ​ໜ້າ​ລົງ​ຫວ່າງ​ກາງ​ຫົວ​ເຂົ່າ.


ແລ້ວ​ເອລີຊາ​ກໍ​ເດີນທາງ​ຕໍ່ໄປ​ທີ່​ພູເຂົາ​ກາເມນ ແລະ​ຕໍ່ມາ ເພິ່ນ​ກໍໄດ້​ກັບຄືນ​ມາ​ສູ່​ນະຄອນ​ຊາມາເຣຍ.


ໃນ​ເຂດແດນ​ອາເຊ: ມາຊານ, ອັບໂດນ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,


ສ່ວນ​ຫົວ​ນ້ອງ​ນັ້ນ​ສູງ​ສົ່ງ​ຢ່າງ​ຜຶງຜາຍ ສູງ​ດັ່ງ​ພູ​ກາເມນ​ທີ່​ຕັ້ງ​ຢູ່​ຢ່າງ​ສູງສົ່ງ. ຜົມເປຍ​ນ້ອງ​ສີແດງເຂັ້ມ​ເປັນ​ສີສັນ​ງາມ​ສະຫງ່າ ຄວາມ​ງາມນັ້ນ ເຮັດ​ໃຫ້​ກະສັດ​ຄົນ​ໜຶ່ງ​ຕົກ​ເປັນ​ຈຳເລີຍ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ແລະ​ຍັງ​ມີ​ເມືອງ​ມາໂອນ, ກາເມນ, ຊີເຟ, ຢຸດຕາ,


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ,


ເມື່ອ​ລ້ຽວ​ໄປ​ທາງທິດ​ຕາເວັນອອກ ຊາຍແດນ​ນີ້​ໄດ້​ໄປ​ຈົນເຖິງ​ເບັດ​ດາໂກນ ໂດຍ​ຈຸ​ກັບ​ເຊບູໂລນ​ແລະ​ຮ່ອມພູ​ອິບຕາເຮນ ໄປ​ທາງ​ເໜືອ​ຈົນເຖິງ​ເບັດເອເມກ​ແລະ​ເນອີເອນ. ຊາຍແດນ​ນີ້​ຍັງ​ໄປ​ເໜືອ​ເລື້ອຍໆ​ຈົນເຖິງ​ກາບູນ,


ຈາກ​ເຂດແດນ​ຂອງ​ອາເຊ​ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ມີຊັນ, ອັບໂດນ,


ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka