Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:22 - ພຣະຄຳພີສັກສິ

22 ຊາຍແດນ​ນີ້​ຕິດ​ກັບ​ຕາໂບ, ຊາຮາຊູມາ ແລະ​ເບັດເຊເມດ ແລະ​ໄປ​ສຸດ​ທີ່​ແມ່ນໍ້າ​ຈໍແດນ. ລວມ​ທັງໝົດ​ຊາຍແດນ​ນີ້​ໄດ້​ຮວມ​ເອົາ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:22
14 Jak'a apnaqawi uñst'ayäwi  

ເບັນເດເກ ຮັບຜິດຊອບ​ເມືອງ​ມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະ​ເບັດຮານານ.


ຕະກຸນ​ເກໂຊນ​ແຕ່ລະ​ຄອບຄົວ​ໄດ້​ຮັບ​ມອບໝາຍ ສິບສາມ​ເມືອງ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ​ຕາເວັນອອກ​ໃນ​ບາຊານ.


ສ່ວນ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເມຣາຣີ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ ມີ​ດັ່ງນີ້: ໃນ​ເຂດແດນ​ເຊບູໂລນ: ຣີມໂມໂນ​ແລະ​ຕາໂບ.


ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ສ່ວນ​ທາງ​ເບື້ອງ​ອື່ນ​ຂອງ​ສາຣິດ​ນັ້ນ​ໄດ້​ເລີຍ​ໄປ​ທາງທິດ​ຕາເວັນອອກ ເຖິງ​ຊາຍແດນ​ຂອງ​ກີສະໂລດ​ຕາໂບເຣ ແລ້ວ​ໄປ​ທາງ​ດາເບຣັດ​ຈົນ​ຂຶ້ນ​ໄປ​ຮອດ​ຢາເຟຍ.


ເຣເມັດ, ເອັນກັນນີມ, ເອນຮັດດາ ແລະ​ເບັດ​ປາເຊດ.


ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ອິດຊາຄາ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກ​ຕົນ.


ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະ​ເບັດເຊເມດ. ຮວມ​ທັງໝົດ​ມີ 19 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.


ເມື່ອ​ສີເສຣາ​ຮູ້​ວ່າ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ໄປ​ເຖິງ​ພູເຂົາ​ຕາໂບ​ແລ້ວ;


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka