ໂຢຊວຍ 18:7 - ພຣະຄຳພີສັກສິ7 ແຕ່ສຳລັບພວກເລວີແລ້ວ ພວກເຂົາຈະບໍ່ໄດ້ຮັບດິນແດນສ່ວນໃດໆເໝືອນດັ່ງພວກເຈົ້າ ເພາະສ່ວນຂອງພວກເຂົາແມ່ນຮັບໃຊ້ພຣະເຈົ້າຢາເວໃນຖານະເປັນປະໂຣຫິດ. ສ່ວນເຜົ່າກາດ, ເຜົ່າຣູເບັນ ແລະເຜົ່າມານາເຊຕາເວັນອອກນັ້ນໄດ້ຮັບດິນແດນ ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນແລ້ວ ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ.” Uka jalj uñjjattʼäta |
ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.”