3 ດັ່ງນັ້ນ ໂຢຊວຍຈຶ່ງໄດ້ຖາມປະຊາຊົນອິດສະຣາເອນວ່າ, “ພວກເຈົ້າຈະລໍຖ້າຢູ່ອີກດົນປານໃດຈຶ່ງຈະເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ມອບໃຫ້?
ຄົນຂີ້ຄ້ານຈະຍາກຈົນລົງ, ແຕ່ຄົນຂະຫຍັນຂັນແຂງກໍຈະຮັ່ງມີຂຶ້ນ.
ຄົນຂີ້ຄ້ານຈະບໍ່ໄດ້ສິ່ງທີ່ຕົນໄຝ່ຝັນ, ແຕ່ຄົນດຸໝັ່ນຈະໄດ້ຕາມທີ່ຕົນຕ້ອງການທັງນັ້ນ.
ຄົນຂີ້ຄ້ານພົບຄວາມລຳບາກທຸກທາງ, ແຕ່ຄົນສັດຊື່ກໍຫວິດພົ້ນຄວາມເດືອດຮ້ອນ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ເມື່ອວັນນັ້ນມາເຖິງ ພວກເຂົາຈະເວົ້າຕໍ່ນະຄອນເຢຣູຊາເລັມວ່າ, “ນະຄອນຊີໂອນ ຢ່າຢ້ານ, ຢ່າເສຍກຳລັງໃຈເທາະ
ພໍເພິ່ນອອກໄປອີກເມື່ອເວລາປະມານຫ້າໂມງແລງ ແລະເຫັນຄົນອື່ນຢືນຢູ່ທີ່ນັ້ນ ເພິ່ນຈຶ່ງຖາມພວກເຂົາວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງຢູ່ທີ່ນີ້ໝົດມື້ ໂດຍບໍ່ເຮັດຫຍັງ?’
ຢ່າພະຍາຍາມຫາອາຫານທີ່ເສຍໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິຣັນດອນ ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າຄືພຣະບິດາເຈົ້າໄດ້ປະທັບຕາໝາຍໄວ້ແລ້ວ.”
ສະນັ້ນ ຈົ່ງມີໃຈເດັດດ່ຽວແລະກ້າຫານ ເພາະເຈົ້າຈະເປັນຜູ້ນຳພາປະຊາຊົນເຫຼົ່ານີ້ ເຂົ້າໄປຢຶດຄອງດິນແດນຊຶ່ງເຮົາໄດ້ສັນຍາວ່າ ຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ.
ເມື່ອໂຢຊວຍເຖົ້າແກ່ແລະມີອາຍຸສູງແລ້ວ. ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ເຈົ້າກໍເຖົ້າແກ່ແລະມີອາຍຸສູງແລ້ວ ແຕ່ຍັງມີດິນແດນຢູ່ອີກຫລາຍແຫ່ງທີ່ເຈົ້າຈະຕ້ອງຢຶດຄອງ ດັ່ງນີ້:
ແຕ່ໄດ້ມີປະຊາຊົນອິດສະຣາເອນຢູ່ເຈັດເຜົ່າ ທີ່ຍັງບໍ່ທັນໄດ້ຮັບດິນແດນເປັນສ່ວນແບ່ງຂອງພວກເຂົາ.
ຈົ່ງເລືອກເອົາສາມຄົນ ຈາກແຕ່ລະເຜົ່າໃຫ້ຂ້າພະເຈົ້າ. ຂ້າພະເຈົ້າຈະໃຊ້ພວກເຂົາອອກໄປທົ່ວທັງດິນແດນ ເພື່ອແຕ້ມແຜນທີ່ເຂດແດນ ຊຶ່ງພວກເຂົາຢາກໄດ້ເປັນກຳມະສິດ ແລ້ວໃຫ້ພວກເຂົາກັບຄືນມາຫາຂ້າພະເຈົ້າ.
ພວກເຂົາຈຶ່ງຕອບວ່າ, “ໃຫ້ພວກເຮົາພາກັນໄປຕີເອົາເມືອງລາອິດ ພວກຂ້ອຍໄດ້ເຫັນເມືອງນັ້ນເປັນດິນແດນດີທີ່ສຸດ. ຢ່າພາກັນຢູ່ບ່ອນນີ້ລ້າໆ ຈົ່ງຮີບຟ້າວໄປຢຶດດິນແດນນັ້ນ