Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 18:28 - ພຣະຄຳພີສັກສິ

28 ເຊລາ, ຮາເອເລັບ, ເຢບູ (ເມືອງ​ເຢຣູຊາເລັມ), ກີເບອາ ແລະ​ກີຣີອາດ​ເຢອາຣີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 18:28
22 Jak'a apnaqawi uñst'ayäwi  

ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ພວກເຂົາ​ໄດ້​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກີເຊ​ພໍ່​ຂອງ​ກະສັດ​ໂຊນ ທີ່​ເມືອງ​ເຊລາ​ໃນ​ເຂດແດນ​ຂອງ​ພວກ​ເບັນຢາມິນ. ຫລັງຈາກ​ນັ້ນ​ມາ ພຣະເຈົ້າ​ກໍ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ​ສຳລັບ​ປະເທດ​ຊາດ​ບ້ານ​ເມືອງ.


ເຮເລັບ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ; ອິດໄຕ ລູກຊາຍ​ຣີໄບ ຊາວ​ກີເບອາ​ເຜົ່າ​ເບັນຢາມິນ.


ເວລາ​ຕໍ່ມາ ກະສັດ​ດາວິດ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ຊາວ​ເຢບຸດ​ຢູ່​ໃນ​ເມືອງ​ນີ້​ຄິດ​ວ່າ ກະສັດ​ດາວິດ​ບໍ່ມີ​ຄວາມ​ສາມາດ​ຕີ​ເອົາ​ເມືອງ​ໄດ້​ຈຶ່ງ​ເວົ້າ​ຕໍ່​ເພິ່ນ​ວ່າ, “ທ່ານ​ຈະ​ເຂົ້າ​ມາ​ໃນ​ເມືອງ​ນີ້​ບໍ່ໄດ້ດອກ ແມ່ນແຕ່​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ຈະ​ກີດຂວາງ​ທ່ານ​ໄວ້​ໄດ້.”


ໃນ​ວັນນັ້ນ ກະສັດ​ດາວິດ​ໄດ້​ກ່າວ​ແກ່​ພວກ​ທະຫານ​ຂອງ​ເພິ່ນ​ວ່າ, “ຢູ່​ທີ່​ນີ້​ມີ​ຜູ້ໃດ​ແດ່​ບໍ​ທີ່​ຊັງ​ຊາວ​ເຢບຸດ​ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຊັງ​ພວກເຂົາ ແລະ​ພໍ​ທີ່​ຈະ​ຂ້າ​ພວກເຂົາ​ໄດ້? ໃຫ້​ຂຶ້ນ​ໄປ​ທາງ​ທໍ່​ນໍ້າ​ເພື່ອ​ເຂົ້າ​ບຸກໂຈມຕີ​ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງ​ມີ​ຄຳ​ກ່າວ​ກັນ​ວ່າ, “ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ບໍ່ໄດ້​ຮັບ​ອະນຸຍາດ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”)


ຄົນ​ເຫຼົ່ານີ້​ແມ່ນ​ບັນພະບຸລຸດ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເຊື້ອສາຍ​ຄົນ​ສຳຄັນ​ຂອງ​ພວກເຂົາ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ຢຸດ​ເຮັດ​ບາບ​ຕໍ່ສູ້​ເຮົາ ຕັ້ງແຕ່​ຄາວ​ທີ່​ພວກເຂົາ​ໄດ້​ເຮັດ​ບາບ​ທີ່​ເມືອງ​ກີເບອາ. ດັ່ງນັ້ນ ສົງຄາມ​ຈຶ່ງ​ຕາມ​ທັນ​ພວກເຂົາ​ທີ່​ກີເບອາ.


ເຜົ່າ​ເບັນຢາມິນ​ປະກອບ​ດ້ວຍ​ຕະກຸນ​ເບລາ, ອາຊະເບນ, ອາຮີຣາມ,


ໃນ​ການ​ແບ່ງປັນ​ດິນແດນ​ເທື່ອ​ນີ້ ຈົ່ງ​ໃຊ້​ສະຫລາກ​ເປັນ​ວິທີ​ແບ່ງປັນ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນ​ຫລາຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ຫລາຍ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນໜ້ອຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ໜ້ອຍ.”


ຈົ່ງ​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ ແລະ​ຕະກຸນ​ຕ່າງໆ​ໂດຍ​ວິທີ​ໃຊ້​ສະຫລາກ​ຄື: ຕະກຸນ​ທີ່​ມີ​ຫລາຍ​ຄົນ​ໃຫ້​ມີ​ດິນແດນ​ຫລາຍ ແລະ​ຕະກຸນ​ທີ່​ມີ​ໜ້ອຍ​ຄົນ​ໃຫ້​ມີ​ດິນແດນ​ໜ້ອຍ ທຸກຄົນ​ຈະ​ໄດ້​ຮັບ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ສະຫລາກ​ໄດ້​ຕົກ​ຖືກ​ຕົນ ການ​ແບ່ງປັນ​ນີ້​ໄດ້​ເຮັດ​ຕາມ​ຕະກຸນ​ປູ່ຍ່າຕາຍາຍ​ຂອງ​ແຕ່ລະເຜົ່າ.


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ ຈົນເຖິງ​ຕີນ​ພູ​ບ່ອນ​ທີ່​ຫລຽວ​ເຫັນ​ພູ​ຮິນໂນມ ທາງ​ເໜືອສຸດ​ຂອງ​ຮ່ອມພູ​ເຣຟາອິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ເລີຍ​ໄປ​ທາງໃຕ້​ຜ່ານ​ຮ່ອມພູ​ຮິນໂນມ ທາງໃຕ້​ສັນ​ພູ​ຂອງ​ຊາວ​ເຢບຸດ​ໄປ​ທາງ​ເອນໂຣເກນ.


ເຣເກມ, ອີຣະເປເອນ, ຕາຣາລາ,


ການ​ໃຊ້​ສະຫລາກ​ຄັ້ງ​ທີ​ສອງ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຊີເມໂອນ. ເຂດແດນ​ນີ້​ຍາວ​ໄປ​ຈົນເຖິງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຜົ່າຢູດາ.


ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ແຕ່​ຊາຍ​ຄົນ​ນີ້​ບໍ່​ຢາກ​ຄ້າງຄືນ​ອີກ​ຕໍ່ໄປ. ສະນັ້ນ ລາວ​ແລະ​ເມຍນ້ອຍ​ຂອງຕົນ​ຈຶ່ງ​ອອກ​ເດີນທາງ ພ້ອມ​ກັບ​ຄົນ​ຮັບໃຊ້ ແລະ​ລໍ​ສອງ​ໂຕ​ທີ່​ມີ​ອານ​ພາດ​ເທິງ​ຫລັງ. ເມື່ອ​ພວກເຂົາ​ໄດ້​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ເຢບູ (ຊຶ່ງ​ແມ່ນ​ເຢຣູຊາເລັມ) ກໍ​ຂ້ອນ​ຄໍ່າ​ແລ້ວ. ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ກັບ​ນາຍ​ຂອງຕົນ​ວ່າ, “ພວກເຮົາ​ຄ້າງຄືນ​ຢູ່​ທີ່​ເມືອງ​ຂອງ​ຊາວ​ເຢບຸດ​ນີ້​ສາກ່ອນ ບໍ່​ດີ​ບໍ?”


ສ່ວນ​ໂຊນ​ນັ້ນ ລາວ​ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ​ທີ່​ເມືອງ​ກີເບອາ​ເຊັ່ນກັນ. ຊາຍ​ບາງຄົນ​ທີ່​ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ການ​ບັນດົນ​ໃຈ​ຈາກ​ພຣະເຈົ້າ​ກໍໄດ້​ໄປ​ນຳ​ໂຊນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka