21 ເມືອງທັງຫລາຍທີ່ເປັນສ່ວນຂອງຄອບຄົວຕ່າງໆໃນເຜົ່າເບັນຢາມິນນັ້ນ ມີດັ່ງນີ້: ເຢຣິໂກ, ເບັດໂຮກະລາ, ເອເມັກເກຊິດ,
ໃນຄັ້ງໜຶ່ງ ກະສັດໂຊໂລໂມນໄດ້ໄປທີ່ເມືອງກີເບໂອນເພື່ອຖວາຍເຄື່ອງບູຊາ ເພາະແທ່ນບູຊາໃນເມືອງນີ້ມີຊື່ສຽງສຳຄັນຫລາຍ. ໃນເວລາຜ່ານມາ ເພິ່ນເຄີຍຖວາຍເຄື່ອງເຜົາບູຊາໃນບ່ອນນີ້ເປັນພັນໆເທື່ອແລ້ວ.
ທາງໃຕ້ຂອງສ່ວນພິເສດ ແຕ່ລະເຜົ່າຊຶ່ງຍັງເຫລືອຢູ່ນັ້ນ ຈະຕ້ອງໄດ້ຮັບສ່ວນໜຶ່ງຂອງດິນແດນ ໂດຍນັບຈາກຊາຍແດນທາງດ້ານຕາເວັນອອກ ຈົນເຖິງທະເລເມດີແຕຣາເນທາງດ້ານຕາເວັນຕົກ ຕາມລະດັບແຕ່ທິດເໜືອສູ່ທິດໃຕ້ດັ່ງນີ້: ເບັນຢາມິນ ຊີເມໂອນ ອິດຊາຄາ ເຊບູໂລນ ກາດ
ພຣະເຢຊູເຈົ້າໃຫ້ຄຳຕອບແກ່ລາວດັ່ງນີ້ວ່າ, “ຍັງມີຊາຍຄົນໜຶ່ງ ລົງຈາກນະຄອນເຢຣູຊາເລັມໄປທີ່ເມືອງເຢຣີໂກ ແລະຕົກຢູ່ໃນກຳມືຂອງພວກນັກປຸ້ນ, ພວກນັກປຸ້ນໄດ້ເອົາທຸກສິ່ງທີ່ຊາຍຜູ້ນັ້ນມີ ທັງຕົບຕີລາວ ແລະປະຖິ້ມໄວ້ເກືອບຕາຍ.
ຕໍ່ມາ ຫລັງຈາກພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງເຢຣີໂກ ແລະຜ່ານຕົວເມືອງໄປ.
ໄປຈົນເຖິງເບັດໂຮກະລາ ແລະເລີຍໄປທາງເໜືອຂອງເບັດອາຣາບາ ແລ້ວກໍຂຶ້ນໄປຈົນເຖິງໂງ່ນຫີນໂບຮານ (ໂບຮານເປັນລູກຊາຍຂອງຣູເບັນ).
ທາງພາກເໜືອ ຊາຍແດນຂອງພວກເຂົາເລີ່ມແຕ່ແມ່ນໍ້າຈໍແດນ ຈົນຂຶ້ນໄປເຖິງເນີນພູທາງທິດເໜືອຂອງເມືອງເຢຣິໂກອອກໄປທາງທິດຕາເວັນຕົກ ໂດຍຜ່ານເຂດເນີນພູໄປຈົນເຖິງຖິ່ນແຫ້ງແລ້ງກັນດານເບັດອາເວນ.
ໂດຍຜ່ານໄປທາງສັນພູເບັດໂຮກະລາ ແລະໄປສຸດທີ່ທາງເຂົ້າທະເລຕາຍເບື້ອງເໜືອ ບ່ອນທີ່ແມ່ນໍ້າຈໍແດນໄຫລໄປໃສ່. ນີ້ແມ່ນຊາຍແດນທາງທິດໃຕ້.
ແມ່ນໍ້າຈໍແດນເປັນຊາຍແດນທາງທິດຕາເວັນອອກ. ນີ້ແມ່ນຊາຍແດນຂອງດິນແດນ ທີ່ຄອບຄົວຕ່າງໆໃນເຜົ່າເບັນຢາມິນໄດ້ຮັບເປັນກຳມະສິດ.
ເບັດອາຣາບາ, ເຊມາຣາອິມ, ເບັດເອນ,
ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງສອດແນມສອງຄົນຈາກຄ້າຍພັກທີ່ຊິດຕິມ ພ້ອມທັງສັ່ງໃຫ້ພວກເຂົາໄປສຳຫລວດເບິ່ງດິນແດນການາອານຢ່າງລັບໆ ໂດຍສະເພາະແລ້ວແມ່ນຕົວເມືອງເຢຣິໂກ. ເມື່ອມາຮອດເມືອງເຢຣິໂກແລ້ວ ສອດແນມທັງສອງຄົນກໍໄດ້ນອນຄ້າງຄືນຢູ່ໃນເຮືອນຂອງຍິງໂສເພນີຄົນໜຶ່ງຊື່ວ່າ ຣາຮາບ.
ປະຕູເມືອງເຢຣິໂກຖືກອັດໄວ້ຢ່າງແໜ້ນໜາ ແລະມີຄົນຍາມເພື່ອບໍ່ໃຫ້ຊາວອິດສະຣາເອນເຂົ້າໄປໄດ້. ບໍ່ມີໃຜເຂົ້າໄປໃນເມືອງ ຫລືອອກໄປນອກເມືອງໄດ້.
ເຊື້ອສາຍຂອງພໍ່ເຖົ້າໂມເຊ ຊາວເກນິດ ໄດ້ອອກຈາກເຢຣິໂກເມືອງທີ່ມີຕົ້ນຕານ ໄປກັບຊາວຢູດາສູ່ຖິ່ນແຫ້ງແລ້ງທີ່ຢູ່ທາງເຂດພາກໃຕ້ຂອງອາຣາດ. ພວກເຂົາໄດ້ເດີນທາງຮ່ວມກັບຊາວຢູດາ ໄປຕັ້ງຖິ່ນຖານຢູ່ທີ່ນັ້ນທ່າມກາງຊາວອາມາເຫຼັກ.