2 ແຕ່ໄດ້ມີປະຊາຊົນອິດສະຣາເອນຢູ່ເຈັດເຜົ່າ ທີ່ຍັງບໍ່ທັນໄດ້ຮັບດິນແດນເປັນສ່ວນແບ່ງຂອງພວກເຂົາ.
ຫລັງຈາກທີ່ພວກອິດສະຣາເອນຢຶດຄອງດິນແດນໄດ້ແລ້ວ ພວກເຂົາໄດ້ມາເຕົ້າໂຮມກັນທີ່ເມືອງຊີໂລ ແລະຕັ້ງຫໍເຕັນບ່ອນຊຸມນຸມໃນທີ່ນັ້ນ.
ດັ່ງນັ້ນ ໂຢຊວຍຈຶ່ງໄດ້ຖາມປະຊາຊົນອິດສະຣາເອນວ່າ, “ພວກເຈົ້າຈະລໍຖ້າຢູ່ອີກດົນປານໃດຈຶ່ງຈະເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ມອບໃຫ້?