19 ໂດຍຜ່ານໄປທາງສັນພູເບັດໂຮກະລາ ແລະໄປສຸດທີ່ທາງເຂົ້າທະເລຕາຍເບື້ອງເໜືອ ບ່ອນທີ່ແມ່ນໍ້າຈໍແດນໄຫລໄປໃສ່. ນີ້ແມ່ນຊາຍແດນທາງທິດໃຕ້.
ກະສັດທັງຫ້າຄົນນີ້ຮ່ວມກັນເຂົ້າເປັນພັນທະມິດ ແລະໂຮມກຳລັງກັນຢູ່ໃນທົ່ງຮາບພຽງສິດດິມ ຊຶ່ງໃນປັດຈຸບັນນີ້ແມ່ນທະເລຕາຍ.
ແລະທຳລາຍສອງຕົວເມືອງ, ຮ່ອມພູທັງໝົດ, ຊາວເມືອງທຸກຄົນພ້ອມກັບພືດພັນຕ່າງໆ ທີ່ເກີດຂຶ້ນຈາກພື້ນດິນນັ້ນຈົນກ້ຽງ.
ພຣະເຈົ້າຢາເວຈະເຮັດໃຫ້ນໍ້າໃນອ່າວຊູແອດແຫ້ງ ແລະພຣະອົງຈະບັນດານໃຫ້ລົມຮ້ອນມາພັດແມ່ນໍ້າເອີຟຣັດໃຫ້ແຫ້ງ ໂດຍປະເຈັດຫ້ວຍນ້ອຍເທົ່ານັ້ນໃຫ້ມີນໍ້າ ເພື່ອວ່າຜູ້ໃດໆກໍຈະສາມາດຂ້າມໄປໄດ້.
ຊາຍແດນທາງໃຕ້ຈະຢຽດອອກຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊິນ ເລີຍໄປຕາມຊາຍແດນຂອງເອໂດມ. ທາງທິດຕາເວັນອອກ ຊາຍແດນທາງດ້ານໃຕ້ເລີ່ມແຕ່ສົ້ນສຸດຂອງທະເລຕາຍ
ທາງທິດຕາເວັນຕົກ ເຂດແດນຂອງພວກເຂົາຍາວອອກໄປຮອດແມ່ນໍ້າຈໍແດນ ຕັ້ງແຕ່ທະເລສາບຄາລີເລໃນຕອນເໜືອ ລົງມາຮອດທະເລຕາຍໃນຕອນໃຕ້ ແລະເລີຍມາຮອດຕີນພູປີສະກາທາງທິດຕາເວັນອອກ.
ລວມທັງຮ່ອມພູຂອງແມ່ນໍ້າຈໍແດນ ແຕ່ທະເລສາບຄາລີເລໄປທາງທິດໃຕ້ ຈົນເຖິງເບັດເຢຊີໂມດ (ທາງທິດຕາເວັນອອກຂອງທະເລຕາຍ) ແລະຕີນພູປີສະກາ.
ດິນແດນທາງທິດໃຕ້ນີ້ເລີ່ມແຕ່ທາງໃຕ້ສຸດຂອງທະເລຕາຍ
ແລະຜ່ານໄປທາງສັນພູເບັດອາຣາບາບ່ອນທີ່ຫລຽວເຫັນຮ່ອມພູຈໍແດນ. ແລ້ວຊາຍແດນນີ້ກໍລົງໄປຈົນເຖິງຮ່ອມພູອາຣາບາ.
ແມ່ນໍ້າຈໍແດນເປັນຊາຍແດນທາງທິດຕາເວັນອອກ. ນີ້ແມ່ນຊາຍແດນຂອງດິນແດນ ທີ່ຄອບຄົວຕ່າງໆໃນເຜົ່າເບັນຢາມິນໄດ້ຮັບເປັນກຳມະສິດ.
ທັນໃດນັ້ນ ນໍ້າທີ່ໄຫລມາຈາກທາງເໜືອກໍຢຸດໄຫລແລະໂຮມເຂົ້າກັນທີ່ເມືອງອາດາມ ຢູ່ໃກ້ກັບເມືອງຊາເຣທານ ສາຍນໍ້າທີ່ໄຫລລົງສູ່ທະເລຕາຍຖືກຕັດຂາດໝົດກ້ຽງ ແລະປະຊາຊົນຈຶ່ງສາມາດຂ້າມນໍ້າໄປໃກ້ກັບເມືອງເຢຣິໂກໄດ້.