Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 18:16 - ພຣະຄຳພີສັກສິ

16 ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ ຈົນເຖິງ​ຕີນ​ພູ​ບ່ອນ​ທີ່​ຫລຽວ​ເຫັນ​ພູ​ຮິນໂນມ ທາງ​ເໜືອສຸດ​ຂອງ​ຮ່ອມພູ​ເຣຟາອິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ເລີຍ​ໄປ​ທາງໃຕ້​ຜ່ານ​ຮ່ອມພູ​ຮິນໂນມ ທາງໃຕ້​ສັນ​ພູ​ຂອງ​ຊາວ​ເຢບຸດ​ໄປ​ທາງ​ເອນໂຣເກນ.

Uka jalj uñjjattʼäta Copia luraña




ໂຢຊວຍ 18:16
19 Jak'a apnaqawi uñst'ayäwi  

ຝ່າຍ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ແລະ​ອາຮີມາອາດ ລູກຊາຍ​ຂອງ​ຊາດົກ ກໍ​ກຳລັງ​ຄອຍຖ້າ​ຢູ່​ທີ່​ບໍ່​ນໍ້າພຸ​ເອນໂຣເກນ​ນອກ​ນະຄອນ​ເຢຣູຊາເລັມ ຍ້ອນ​ພວກເຂົາ​ບໍ່​ກ້າ​ເຂົ້າ​ໄປ​ໃນ​ເມືອງ​ໃຫ້​ຜູ້ໃດ​ເຫັນ, ແຕ່​ໄດ້​ມີ​ສາວໃຊ້​ຄົນ​ໜຶ່ງ ອອກ​ໄປ​ລາຍງານ​ເຫດການ​ທີ່​ເກີດຂຶ້ນ​ເປັນ​ປະຈຳ ແລ້ວ​ທັງສອງ​ກໍ​ນຳ​ເອົາ​ຂ່າວ​ນັ້ນ​ໄປ​ບອກ​ກະສັດ​ດາວິດ.


ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນີ້​ໄວ້.


ຢູ່​ມາ​ມື້​ໜຶ່ງ ອາໂດນີຢາ​ໄດ້​ຖວາຍ​ສັດ​ບູຊາ​ເຊັ່ນ: ແກະ, ງົວ ແລະ​ງົວໜຸ່ມ​ໂຕ​ອ້ວນພີ​ດີ​ທີ່​ໂງ່ນຫີນ​ງູ​ໃກ້​ກັບ​ບໍ່ນໍ້າ​ເອນໂຣເກນ. ລາວ​ໄດ້​ເຊີນ​ບັນດາ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ທີ່​ມາ​ແຕ່​ອານາຈັກ​ຢູດາຍ ໄປ​ຮ່ວມ​ກິນລ້ຽງ​ໃນ​ການ​ຖວາຍບູຊາ​ນີ້.


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ພວກ​ຟີລິດສະຕິນ​ໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ເລີ່ມຕົ້ນ​ປຸ້ນສະດົມ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.


ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.


ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ພຣະເຈົ້າຢາເວ​ກ່າວວ່າ ສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ບ່ອນ​ນີ້​ຈະ​ບໍ່ມີ​ຜູ້ໃດ​ເອີ້ນ​ວ່າ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ, ແຕ່​ຄົນ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ເຊລາ, ຮາເອເລັບ, ເຢບູ (ເມືອງ​ເຢຣູຊາເລັມ), ກີເບອາ ແລະ​ກີຣີອາດ​ເຢອາຣີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ຕໍ່ມາ ຊາວ​ຢູດາ​ໄດ້​ໂຈມຕີ​ເມືອງ​ເຢຣູຊາເລັມ​ແລະ​ຢຶດເມືອງ​ໄດ້. ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ແລະ​ຈູດ​ເມືອງ​ຖິ້ມ.


ແຕ່​ຊາຍ​ຄົນ​ນີ້​ບໍ່​ຢາກ​ຄ້າງຄືນ​ອີກ​ຕໍ່ໄປ. ສະນັ້ນ ລາວ​ແລະ​ເມຍນ້ອຍ​ຂອງຕົນ​ຈຶ່ງ​ອອກ​ເດີນທາງ ພ້ອມ​ກັບ​ຄົນ​ຮັບໃຊ້ ແລະ​ລໍ​ສອງ​ໂຕ​ທີ່​ມີ​ອານ​ພາດ​ເທິງ​ຫລັງ. ເມື່ອ​ພວກເຂົາ​ໄດ້​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ເຢບູ (ຊຶ່ງ​ແມ່ນ​ເຢຣູຊາເລັມ) ກໍ​ຂ້ອນ​ຄໍ່າ​ແລ້ວ. ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ກັບ​ນາຍ​ຂອງຕົນ​ວ່າ, “ພວກເຮົາ​ຄ້າງຄືນ​ຢູ່​ທີ່​ເມືອງ​ຂອງ​ຊາວ​ເຢບຸດ​ນີ້​ສາກ່ອນ ບໍ່​ດີ​ບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka