Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 18:12 - ພຣະຄຳພີສັກສິ

12 ທາງ​ພາກເໜືອ ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ ຈົນ​ຂຶ້ນ​ໄປ​ເຖິງ​ເນີນພູ​ທາງທິດເໜືອ​ຂອງ​ເມືອງ​ເຢຣິໂກ​ອອກ​ໄປ​ທາງທິດ​ຕາເວັນຕົກ ໂດຍ​ຜ່ານ​ເຂດ​ເນີນພູ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບັດອາເວນ.

Uka jalj uñjjattʼäta Copia luraña




ໂຢຊວຍ 18:12
11 Jak'a apnaqawi uñst'ayäwi  

ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ຊາຍແດນ​ພາກໃຕ້​ຂອງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ໂຢເຊັບ ເລີ່ມ​ແຕ່​ເຂດ​ແມ່ນໍ້າ​ຈໍແດນ​ໃກ້​ກັບ​ເມືອງ​ເຢຣິໂກ ທາງທິດ​ຕາເວັນອອກ​ຂອງ​ບໍ່ນໍ້າ​ເຢຣິໂກ ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ. ຊາຍແດນ​ນີ້​ເລີ່ມ​ແຕ່​ເມືອງ​ເຢຣິໂກ ຂຶ້ນ​ໄປ​ຈົນເຖິງ​ເຂດ​ເນີນພູ​ແລະ​ເມືອງ​ເບັດເອນ.


ດິນແດນ​ທີ່​ໃຊ້​ສະຫລາກ​ໄດ້​ກ່ອນ​ໝູ່​ນັ້ນ ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ. ດິນແດນ​ຂອງ​ພວກເຂົາ​ແມ່ນ​ຕັ້ງ​ຢູ່ ລະຫວ່າງ​ເຜົ່າຢູດາ​ແລະ​ເຜົ່າ​ໂຢເຊັບ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ໂຢຊວຍ​ແລະ​ທະຫານ​ໄດ້​ທຳທ່າ​ຖອຍຄືນ ໂດຍ​ປົບໜີໄປ​ທາງຖິ່ນ​ແຫ້ງແລ້ງ​ກັນດານ.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka