Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 18:11 - ພຣະຄຳພີສັກສິ

11 ດິນແດນ​ທີ່​ໃຊ້​ສະຫລາກ​ໄດ້​ກ່ອນ​ໝູ່​ນັ້ນ ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ. ດິນແດນ​ຂອງ​ພວກເຂົາ​ແມ່ນ​ຕັ້ງ​ຢູ່ ລະຫວ່າງ​ເຜົ່າຢູດາ​ແລະ​ເຜົ່າ​ໂຢເຊັບ.

Uka jalj uñjjattʼäta Copia luraña




ໂຢຊວຍ 18:11
9 Jak'a apnaqawi uñst'ayäwi  

ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ​ແລະ​ເບັນຢາມິນ.


ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.


ທາງໃຕ້​ຂອງ​ສ່ວນ​ພິເສດ ແຕ່ລະເຜົ່າ​ຊຶ່ງ​ຍັງເຫລືອ​ຢູ່​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ ໂດຍ​ນັບ​ຈາກ​ຊາຍແດນ​ທາງດ້ານ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ດ້ານ​ຕາເວັນຕົກ ຕາມ​ລະດັບ​ແຕ່​ທິດເໜືອ​ສູ່​ທິດໃຕ້​ດັ່ງນີ້: ເບັນຢາມິນ ຊີເມໂອນ ອິດຊາຄາ ເຊບູໂລນ ກາດ


ເມື່ອ​ພວກເຈົ້າ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ນັ້ນ ພວກເຈົ້າ​ອາດ​ຈະ​ໄດ້ຍິນ


ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.


ທາງ​ພາກເໜືອ ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ ຈົນ​ຂຶ້ນ​ໄປ​ເຖິງ​ເນີນພູ​ທາງທິດເໜືອ​ຂອງ​ເມືອງ​ເຢຣິໂກ​ອອກ​ໄປ​ທາງທິດ​ຕາເວັນຕົກ ໂດຍ​ຜ່ານ​ເຂດ​ເນີນພູ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບັດອາເວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka