ໂຢຊວຍ 18:10 - ພຣະຄຳພີສັກສິ10 ໂຢຊວຍໄດ້ໃຊ້ສະຫລາກໃຫ້ພວກເຂົາຢູ່ທີ່ຊີໂລຊ້ອງໜ້າພຣະເຈົ້າຢາເວ ແລະໄດ້ມອບດິນແດນໃຫ້ແກ່ທຸກໆເຜົ່າທີ່ເຫຼືອຢູ່ນັ້ນ ຕາມສ່ວນແບ່ງຂອງໃຜລາວ. Uka jalj uñjjattʼäta |
ມັນເປັນກຳມະສິດອັນຖາວອນຂອງພວກເຈົ້າ. ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ແລະຜູ້ທີ່ມີລູກເກີດໃນທີ່ນີ້ ກໍມີສ່ວນໃນດິນແດນນີ້ຄືກັນເມື່ອເຈົ້າແບ່ງປັນດິນແດນ. ໃຫ້ຖືພວກເຂົາເປັນພົນລະເມືອງອິດສະຣາເອນຢ່າງເຕັມສ່ວນ ແລະໃຫ້ພວກເຂົາໃຊ້ສະຫລາກເອົາສ່ວນດິນແດນກັບເຜົ່າຕ່າງໆຂອງຊາດອິດສະຣາເອນ.
ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ.