Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 18:1 - ພຣະຄຳພີສັກສິ

1 ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 18:1
26 Jak'a apnaqawi uñst'ayäwi  

ນັບ​ແຕ່​ເວລາ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ​ເລີຍ. ເຮົາ​ໄດ້​ເດີນທາງ​ໄປມາ​ເລື້ອຍ​ໂດຍ​ອາໄສ​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ.


ເພິ່ນ​ຈຶ່ງ​ກ່າວ​ຕໍ່​ເມຍ​ຂອງຕົນ​ວ່າ, “ໃຫ້​ເຈົ້າ​ປອມຕົວ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈື່​ເຈົ້າ​ໄດ້ ແລະ​ໄປ​ທີ່​ເມືອງ​ຊີໂລ​ບ່ອນ​ທີ່​ຜູ້ທຳນວາຍ​ອາຮີຢາ​ອາໄສ​ຢູ່​ຄື​ຜູ້​ທີ່​ໄດ້​ບອກ​ຂ້ອຍ​ວ່າ ຂ້ອຍ​ຕ້ອງ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ດັ່ງນັ້ນ ຜູ້​ເປັນ​ເມຍ​ຈຶ່ງ​ໄປ​ຫາ​ອາຮີຢາ​ທີ່​ເມືອງ​ຊີໂລ. ສ່ວນ​ອາຮີຢາ​ກໍ​ເຖົ້າແກ່​ຫລາຍ​ຈົນ​ຕາ​ບໍ່​ເຫັນ​ຮຸ່ງ.


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.


ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.


ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.


ພຣະອົງ​ໄດ້​ຂັບໄລ່​ພວກ​ສັດຕູ​ໃຫ້​ພ່າຍແພ້​ຖອຍຄືນ​ໄປ ຢ່າງ​ອັບອາຍ​ຕະຫຼອດໄປ.


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.


ກໍ​ມີ​ແປດສິບ​ຄົນ​ມາ​ຈາກ​ເມືອງ​ຊີເຄມ, ຊີໂລ ແລະ​ຊາມາເຣຍ. ພວກເຂົາ​ທຸກຄົນ​ແຖ​ໜວດ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ປາດ​ເນື້ອ​ຕົວ​ຕົນເອງ. ພວກເຂົາ​ນຳ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ມາ​ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລະ​ຢຶດຄອງ​ເອົາ​ດິນແດນ​ມາ​ເປັນ​ກຳມະສິດ. ຫລັງຈາກ​ນັ້ນ ພວກເຈົ້າ​ຈຶ່ງ​ຈະ​ສາມາດ​ກັບຄືນ​ມາ​ໄດ້ ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທີ່​ໃຫ້​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ກັບ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ຮັບ​ຮູ້​ວ່າ ດິນແດນ​ທີ່​ທາງ​ຟາກ​ຕາເວັນອອກ​ນີ້​ເປັນ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຕໍ່ມາ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ທີ່​ໄດ້​ຮັບ​ຫໍເຕັນ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຕົນ ກໍ​ຫາມ​ຫໍເຕັນ​ໄປ​ນຳ ເມື່ອ​ພວກເຂົາ​ໄປ​ກັບ​ໂຢຊວຍ. ເມື່ອ​ຢຶດຄອງ​ເອົາ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ຂັບໄລ່​ອອກ​ໃນ​ຂະນະທີ່​ພວກເຂົາ​ບຸກໜ້າ​ເຂົ້າ​ໄປ ຫໍເຕັນ​ນີ້​ກໍ​ມີ​ສືບມາ​ຈົນເຖິງ​ສະໄໝ​ຂອງ​ກະສັດ​ດາວິດ.


ແຕ່​ໄດ້​ມີ​ປະຊາຊົນ​ອິດສະຣາເອນ​ຢູ່​ເຈັດ​ເຜົ່າ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ດິນແດນ​ເປັນ​ສ່ວນແບ່ງ​ຂອງ​ພວກເຂົາ.


ຄົນ​ເຫຼົ່ານັ້ນ​ກໍ​ອອກ​ໄປ​ທົ່ວ​ດິນແດນ ຫລັງຈາກ​ທີ່​ໂຢຊວຍ​ໄດ້​ໃຫ້​ຄຳແນະນຳ​ເຫຼົ່ານີ້​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ທັງ​ດິນແດນ​ເພື່ອ​ແຕ້ມ​ແຜນທີ່ ແລະ​ກັບຄືນ​ມາ​ຫາ​ຂ້າພະເຈົ້າ. ແລ້ວ​ໃນ​ເມືອງ​ຊີໂລ​ນີ້ ທີ່​ຂ້າພະເຈົ້າ​ກໍ​ຈະ​ໃຊ້​ສະຫລາກ​ໃຫ້​ພວກເຈົ້າ​ຊ້ອງໜ້າ​ພຣະເຈົ້າຢາເວ.”


ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ພວກ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ບັນດາ​ເຜົ່າ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ຮັບ​ມອບໝາຍ​ດິນແດນ​ເຫຼົ່ານີ້​ໂດຍ​ການ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ດ້ວຍ​ການ​ກະທຳ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ພວກເຂົາ​ຈຶ່ງ​ໄດ້​ແບ່ງປັນ​ດິນແດນ​ເປັນ​ທີ່​ສຳເລັດ.


ພວກເຂົາ​ໄດ້​ກ່າວ​ແກ່​ພວກ​ເຫຼົ່ານີ້ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ​ວ່າ ພວກເຮົາ​ຕ້ອງ​ໄດ້​ຮັບ​ເມືອງ​ເປັນ​ບ່ອນ​ຢູ່​ອາໄສ ໂດຍ​ໃຫ້​ມີ​ທົ່ງຫຍ້າ​ອ້ອມແອ້ມ​ສຳລັບ​ລ້ຽງ​ຝູງສັດ​ຂອງ​ພວກເຮົາ​ດ້ວຍ.”


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ເລື່ອງ​ນີ້​ແລ້ວ ຊຸມນຸມ​ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ພາກັນ​ໄປ​ທີ່​ເມືອງ​ຊີໂລ ເພື່ອ​ເຮັດ​ເສິກ​ກັບ​ບັນດາ​ເຜົ່າ​ທາງທິດ​ຕາເວັນອອກ.


ຖ້າ​ດິນແດນ​ຂອງ​ພວກເຈົ້າ​ບໍ່​ເໝາະ​ທີ່​ຈະ​ນະມັດສະການ ຈົ່ງ​ພາກັນ​ມາ​ດິນແດນ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ມີ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ນັ້ນ. ຈົ່ງ​ຮຽກຮ້ອງ​ເອົາ​ດິນແດນ​ໃນ​ທ່າມກາງ​ພວກເຮົາ​ໄດ້. ແຕ່​ຢ່າ​ກະບົດ​ຕໍ່​ພຣະເຈົ້າຢາເວ ຫລື​ຕໍ່​ພວກເຮົາ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ຕື່ມ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ດັ່ງນັ້ນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ຈຶ່ງ​ໄດ້​ຄືນ​ສູ່​ຖິ່ນຖານ. ພວກເຂົາ​ໄດ້​ຈາກ​ຊາວ​ອິດສະຣາເອນ​ພວກອື່ນໆ ທີ່​ເມືອງ​ຊີໂລ​ໃນ​ດິນແດນ​ການາອານ ອອກ​ກັບ​ໄປ​ສູ່​ດິນແດນ​ຂອງ​ພວກຕົນ ຄື​ດິນແດນ​ກີເລອາດ ບ່ອນ​ທີ່​ພວກເຂົາ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ.


ຮູບເຄົາຣົບ​ຂອງ​ມີກາ​ກໍ​ຍັງ​ຢູ່​ໃນ​ທີ່ນັ້ນ​ຕະຫລອດ​ມາ ຕາບໃດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຍັງ​ຢູ່​ໃນ​ເມືອງ​ຊີໂລ.


ພວກເຂົາ​ພົບ​ວ່າ​ມີ​ຍິງ​ສາວ​ບໍຣິສຸດ​ສີ່ຮ້ອຍ​ຄົນ ໃນ​ທ່າມກາງ​ປະຊາຊົນ​ຊາວ​ຢາເບັດ​ກີເລອາດ. ສະນັ້ນ ພວກເຂົາ​ຈຶ່ງ​ນຳ​ຍິງ​ເຫຼົ່ານີ້​ໄປ​ສູ່​ຄ້າຍພັກ​ທີ່​ຊີໂລ ຊຶ່ງ​ຢູ່​ໃນ​ດິນແດນ​ການາອານ.


ແລ້ວ​ພວກເຂົາ​ກໍ​ຄິດ​ໄດ້​ວ່າ, “ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ ສຳລັບ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.” (ເມືອງ​ຊີໂລ​ຢູ່​ທາງທິດເໜືອ​ຂອງ​ເມືອງ​ເບັດເອນ​ຢູ່​ທາງໃຕ້​ຂອງ​ເລໂບນາ ແລະ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຖະໜົນ​ລະຫວ່າງ​ເບັດເອນ​ກັບ​ຊີເຄມ.)


ຫລັງຈາກ​ເດັກນ້ອຍ​ເຊົາ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວເຖິກ​ອາຍຸ​ສາມ​ປີ​ໜຶ່ງ​ໂຕ, ແປ້ງເຂົ້າ​ສິບ​ກິໂລກຼາມ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ ແລ້ວ​ນາງ​ກໍ​ພາ​ລູກ​ທີ່​ຍັງ​ນ້ອຍ​ຢູ່​ນັ້ນ ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ.


ທຸກໆ​ປີ​ໃດ ເອນການາ​ໄດ້​ອອກ​ຈາກ​ເມືອງ​ຣາມາ ໄປ​ນະມັດສະການ ແລະ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ເມືອງ​ຊີໂລ. ພວກ​ທີ່​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ໃນ​ເມືອງ​ນີ້​ແມ່ນ​ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka