Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 17:7 - ພຣະຄຳພີສັກສິ

7 ເຂດແດນ​ຂອງ​ມານາເຊ​ເລີ່ມ​ແຕ່​ອາເຊ​ເຖິງ​ມິກເມທັດ​ທາງທິດ​ຕາເວັນອອກ. ແລ້ວ​ຊາຍແດນ​ຂອງ​ພວກເຂົາ​ກໍ​ລົງ​ໄປ​ທາງໃຕ້ ເພື່ອ​ລວມເອົາ​ຊາວ​ເອນ​ຕັບປູອາ.

Uka jalj uñjjattʼäta Copia luraña




ໂຢຊວຍ 17:7
15 Jak'a apnaqawi uñst'ayäwi  

ເມື່ອ​ຊີເຄມ ລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ ທີ່​ເປັນ​ຜູ້ປົກຄອງ​ໃນ​ຂົງ​ເຂດ​ນີ້ ເຫັນ​ດີນາ; ລາວ​ຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມຂືນ.


ວັນ​ໜຶ່ງ ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ລ້ຽງ​ສັດ​ໃຫ້​ຢາໂຄບ​ພໍ່​ຂອງຕົນ​ທີ່​ຊີເຄມ;


ພໍ່​ເວົ້າ​ຕື່ມ​ອີກ​ວ່າ, “ໃຫ້​ເຈົ້າ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກຳລັງ​ຢູ່​ກັນ​ຢ່າງ​ໃດ ແລະ​ໄປ​ເບິ່ງ​ຝູງສັດ​ຂອງເຮົາ​ອີກ​ວ່າ​ຍັງ​ຢູ່​ດີ​ບໍ່? ແລ້ວ​ໃຫ້​ລູກ​ກັບ​ມາ​ບອກ​ພໍ່.” ສະນັ້ນ ພໍ່​ຈຶ່ງ​ໄດ້​ສົ່ງ​ໂຢເຊັບ​ອອກ​ເດີນທາງ​ຈາກ​ຮ່ອມພູ​ເຮັບໂຣນ. ລາວ​ໄດ້​ມາ​ຮອດ​ຊີເຄມ


ເຣໂຫໂບອາມ​ໄດ້​ໄປ​ທີ່​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທາງ​ພາກເໜືອ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ.


ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຊີເຄມ ໃນ​ເຂດ​ເນີນພູ​ເອຟຣາອິມ​ແລະ​ອາໄສ​ຢູ່​ທີ່​ນັ້ນ​ຊົ່ວຄາວ. ແລ້ວ​ເພິ່ນ​ກໍໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ເປນູເອນ.


ຊີເຄມ, ເມືອງ​ລີ້ໄພ​ໃນ​ແຖບ​ເນີນພູ​ເອຟຣາອິມ, ເກເຊ,


ຈາກ​ພຣະວິຫານ​ນັ້ນ ພຣະເຈົ້າ ໄດ້​ກ່າວ​ວ່າ, “ໃນ​ຄວາມມີໄຊ ເຮົາ​ຈະ​ແຍກ​ເອົາ​ຊີເຄມ​ໄວ້ ແບ່ງ​ຮ່ອມພູ​ຊຸກໂກດ​ໃຫ້​ປະຊາຊົນ​ຂອງເຮົາ ກີເລອາດ​ເປັນ​ຂອງເຮົາ​ທັງ​ເຜົ່າ​ມານາເຊ​ດ້ວຍ ເຜົ່າ​ເອຟຣາອິມ​ຄື​ໝວກ​ປ້ອງກັນ​ຫົວ​ເຮົາ ແລະ​ເຜົ່າຢູດາ​ຄື​ຕະບອງ​ແຫ່ງ​ຣາຊອຳນາດ.


ຍ້ອນ​ພວກ​ເຊື້ອສາຍ​ເພດຍິງ​ໄດ້​ຮັບ​ສ່ວນ ເໝືອນກັນ​ກັບ​ພວກ​ເຊື້ອສາຍ​ເພດ​ຊາຍ. ພວກ​ເຊື້ອສາຍ​ຂອງ​ມານາເຊ​ທີ່​ເຫຼືອ​ຢູ່​ຈຶ່ງ​ໄດ້​ຮັບ​ສ່ວນ​ໃນ​ດິນແດນ​ກີເລອາດ.


ດິນແດນ​ທີ່​ຢູ່​ອ້ອມແອ້ມ​ຕັບປູອາ​ເປັນ​ຂອງ​ເຜົ່າ​ມານາເຊ ແຕ່​ເມືອງ​ຕັບປູອາ​ທີ່​ຢູ່​ຊາຍແດນ​ນັ້ນ​ເປັນ​ຂອງ​ເຊື້ອສາຍ​ເອຟຣາອິມ.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.


ຢູ່​ຕໍ່ມາ ອາບີເມເຫຼັກ ລູກຊາຍ​ຂອງ​ກີເດໂອນ ໄດ້​ໄປ​ຫາ​ພວກ​ຍາດຕິພີ່ນ້ອງ​ທາງ​ແມ່​ຂອງຕົນ​ທີ່​ເມືອງ​ຊີເຄມ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka