6 ຍ້ອນພວກເຊື້ອສາຍເພດຍິງໄດ້ຮັບສ່ວນ ເໝືອນກັນກັບພວກເຊື້ອສາຍເພດຊາຍ. ພວກເຊື້ອສາຍຂອງມານາເຊທີ່ເຫຼືອຢູ່ຈຶ່ງໄດ້ຮັບສ່ວນໃນດິນແດນກີເລອາດ.
ໂມເຊໄດ້ມອບໝາຍດິນແດນສ່ວນໜຶ່ງໃຫ້ຄອບຄົວຕ່າງໆ ໃນເຜົ່າມານາເຊເຄິ່ງເຜົ່າເພື່ອເປັນກຳມະສິດຂອງພວກເຂົາ.
ເຂດແດນຂອງພວກເຂົາຍາວອອກໄປຈົນເຖິງມະຫານາອິມ ຮ່ວມກັບພູພຽງບາຊານທັງໝົດມີດັ່ງນີ້: ອານາຈັກທັງໝົດຂອງເຈົ້າໂອກກະສັດແຫ່ງບາຊານ ລວມທັງຫົກສິບໝູ່ບ້ານຂອງຢາອີໃນບາຊານ
ຊຶ່ງໄດ້ກວມເອົາເຄິ່ງໜຶ່ງຂອງກີເລອາດ, ອັດຊະຕາໂຣດແລະເອັດເຣອີ ແລະເມືອງໃຫຍ່ໆໃນອານາຈັກຂອງເຈົ້າໂອກທີ່ບາຊານ. ທັງໝົດນີ້ແມ່ນໄດ້ຖືກມອບໝາຍໃຫ້ຄອບຄົວຕ່າງໆ ທີ່ສືບເຊື້ອສາຍມາຈາກມາກີລູກຊາຍຂອງມານາເຊ.
ດ້ວຍເຫດນີ້ ພວກມານາເຊຈຶ່ງໄດ້ຮັບສິບສ່ວນ ລວມທັງກີເລອາດ ແລະບາຊານທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ
ເຂດແດນຂອງມານາເຊເລີ່ມແຕ່ອາເຊເຖິງມິກເມທັດທາງທິດຕາເວັນອອກ. ແລ້ວຊາຍແດນຂອງພວກເຂົາກໍລົງໄປທາງໃຕ້ ເພື່ອລວມເອົາຊາວເອນຕັບປູອາ.