ໂຢຊວຍ 17:2 - ພຣະຄຳພີສັກສິ2 ສ່ວນດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນນັ້ນ ຖືກມອບໝາຍໃຫ້ຄອບຄົວຕ່າງໆທີ່ເຫຼືອຢູ່ໃນເຜົ່າມານາເຊດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນເຫຼົ່ານີ້ແມ່ນພວກຜູ້ຊາຍຈາກເຊື້ອສາຍຂອງມານາເຊ ລູກຊາຍຂອງໂຢເຊັບ; ພວກເຂົາຕ່າງກໍເປັນຫົວໜ້າຄອບຄົວ. Uka jalj uñjjattʼäta |
ດິນແດນສ່ວນໜຶ່ງທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໄດ້ຖືກມອບໝາຍໃຫ້ບາງຄອບຄົວໃນເຜົ່າມານາເຊ ເນື່ອງຈາກວ່າມານາເຊເປັນລູກຊາຍກົກຂອງໂຢເຊັບ. ມາກີພໍ່ຂອງກີເລອາດ ເປັນລູກຊາຍກົກຂອງມານາເຊແລະເປັນວິລະບູລຸດຜູ້ເກັ່ງກ້າ; ດັ່ງນັ້ນ ເຂດແດນກີເລອາດກັບບາຊານທາງທິດຕາເວັນອອກແມ່ນໍ້າຈໍແດນ ຈຶ່ງຖືກມອບໝາຍໃຫ້ແກ່ມາກີ.