ໂຢຊວຍ 17:18 - ພຣະຄຳພີສັກສິ18 ດັ່ງນັ້ນ ທາງເຂດເນີນພູຈຶ່ງຈະເປັນຂອງພວກເຈົ້າ. ເຖິງແມ່ນວ່າມັນເປັນປ່າກໍຕາມ ແຕ່ພວກເຈົ້າກໍສາມາດຖາງໃຫ້ແປນ ແລະຢຶດຄອງຈາກສົ້ນເບື້ອງນີ້ຈົນເຖິງສົ້ນເບື້ອງນັ້ນ ເປັນກຳມະສິດຂອງພວກເຈົ້າໄດ້. ສຳລັບພວກການາອານນັ້ນ ເຖິງແມ່ນວ່າພວກເຂົາມີລົດຮົບເຫຼັກ ແລະມີກຳລັງຫລາຍກໍຕາມ ພວກເຈົ້າກໍຈະຂັບໄລ່ພວກເຂົາອອກໄປໄດ້.” Uka jalj uñjjattʼäta |
ດິນແດນເຫຼົ່ານີ້ລວມເອົາເຂດແດນທັງໝົດຂອງຊາວຊີໂດນ ຊຶ່ງຢູ່ຕາມເຂດເນີນພູລະຫວ່າງພູເລບານອນແລະເມືອງມີສະເຣໂຟດມາອີມ. ເຮົາຈະຂັບໄລ່ປະຊາຊົນເຫຼົ່ານີ້ທັງໝົດອອກໜີ ເມື່ອປະຊາຊົນອິດສະຣາເອນບຸກໜ້າເຂົ້າໄປ. ເຈົ້າຈະຕ້ອງແບ່ງປັນດິນແດນນີ້ໃຫ້ຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດ.