Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 17:14 - ພຣະຄຳພີສັກສິ

14 ພວກ​ເຊື້ອສາຍ​ຂອງ​ໂຢເຊັບ​ໄດ້​ຖາມ​ໂຢຊວຍ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ແບ່ງປັນ​ດິນແດນ​ພຽງ​ສ່ວນ​ດຽວ​ເທົ່ານັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຮົາ? ພວກເຮົາ​ມີ​ຄົນ​ຫລາຍ ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ພວກເຮົາ.”

Uka jalj uñjjattʼäta Copia luraña




ໂຢຊວຍ 17:14
12 Jak'a apnaqawi uñst'ayäwi  

ຢາໂຄບ​ປະຕິເສດ ແລະ​ເວົ້າ​ວ່າ, “ພໍ່​ຮູ້​ແລ້ວ​ລູກ​ເອີຍ ພໍ່​ຮູ້​ດີ. ເຊື້ອສາຍ​ຂອງ​ມານາເຊ​ກໍ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່​ເໝືອນກັນ. ແຕ່​ຜູ້ນ້ອງ​ນັ້ນ​ຈະ​ຍິ່ງໃຫຍ່​ກວ່າ​ຜູ້ອ້າຍ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.”


ສະນັ້ນ ເພິ່ນ​ຈຶ່ງ​ອວຍພອນ​ພວກເຂົາ​ໃນ​ມື້​ນັ້ນ​ວ່າ, “ຊາວ​ອິດສະຣາເອນ​ຈະ​ເອີ່ຍ​ຊື່​ເຈົ້າ ເມື່ອ​ອວຍພອນ​ກັນ; ເຂົາ​ຈະ​ເວົ້າ​ກັນ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: ‘ຂໍ​ພຣະເຈົ້າ​ບັນດານ​ໃຫ້​ຂ້ານ້ອຍ​ກາຍເປັນ​ເໝືອນ ເອຟຣາອິມ​ແລະ​ມານາເຊ​ດ້ວຍ.”’


ພໍ່​ມອບ​ຊີເຄມ ເຂດ​ອຸດົມສົມບູນ ແລະ​ຮັ່ງມີ​ໃຫ້​ແກ່​ເຈົ້າ ແລະ​ບໍ່ແມ່ນ​ໃຫ້​ພວກອ້າຍ​ຂອງເຈົ້າ ເພາະ​ພໍ່​ໄດ້​ຊີເຄມ​ມາ​ຈາກ​ພວກ​ອາໂມ​ດ້ວຍ​ຄົມ​ດາບ​ແລະ​ທະນູ.”


ໃນ​ການ​ແບ່ງປັນ​ດິນແດນ​ເທື່ອ​ນີ້ ຈົ່ງ​ໃຊ້​ສະຫລາກ​ເປັນ​ວິທີ​ແບ່ງປັນ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນ​ຫລາຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ຫລາຍ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນໜ້ອຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ໜ້ອຍ.”


ພວກເຂົາ​ແຕ່ງງານ​ກັບ​ຊາຍ​ໃນ​ຕະກຸນ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ​ຊັບສິນ​ທີ່ດິນ​ຂອງ​ພວກເຂົາ​ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່ໄປ.


ພວກ​ເຊື້ອສາຍ​ຂອງ​ໂຢເຊັບ ຄື​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ຕາເວັນຕົກ ໄດ້​ຮັບ​ດິນແດນ​ເຫຼົ່ານີ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ໂຢຊວຍ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ເຂດ​ເນີນພູ​ເອຟຣາອິມ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຈົ້າ​ແລ້ວ ໃຫ້​ພວກເຈົ້າ​ອອກ​ໄປ​ຖາງ​ເອົາ​ປ່າ ທາງ​ດິນແດນ​ຂອງ​ຊາວ​ເປຣີຊີ​ແລະ​ຊາວ​ເຣຟາອິມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka