Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 17:13 - ພຣະຄຳພີສັກສິ

13 ເຖິງ​ແມ່ນ​ວ່າ ເມື່ອ​ຊາວ​ອິດສະຣາເອນ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ແລ້ວ​ກໍດີ ພວກເຂົາ​ກໍ​ບໍ່ໄດ້​ໄລ່​ພວກ​ການາອານ​ອອກ​ໄປ​ໃຫ້​ໝົດ. ແຕ່​ຊໍ້າ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໜັກ​ໃຫ້​ແກ່​ພວກ​ຕົນ.

Uka jalj uñjjattʼäta Copia luraña




ໂຢຊວຍ 17:13
13 Jak'a apnaqawi uñst'ayäwi  

ນອນ​ຢູ່​ຫັ້ນ​ເພາະ​ເຫັນ​ດິນດອນ​ວ່າ​ງາມ​ຍິ່ງ; ດິນແດນ​ຈຶ່ງ​ຊື່ນຊ້ອຍ​ຍິນດີ​ດ້ວຍ​ຕື່ມເຕັມ ສະນັ້ນ ລາວ​ຈຶ່ງ​ຢຽດ​ຕົວ​ກົ້ມ​ກົ່ງ​ຫລັງ​ລົງ​ເພື່ອ​ລໍ​ຮັບ; ຍອມ​ຮັບ​ແບກ​ເຄື່ອງໃຊ້​ບັນທຸກ​ໄວ້​ແຕ່​ສິ່ງຂອງ. ລາວ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກໜ່ວງ​ແທ້​ໃດ ຈົນ​ທົນ​ຮັບໃຊ້​ເຂົາ​ເໝືອນ​ເປັນ​ທາດຮັບໃຊ້.


ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


ເຖິງ​ແມ່ນ​ວ່າ ຊາວ​ອິດສະຣາເອນ​ມີ​ອຳນາດ​ຫລາຍ​ຂຶ້ນ​ກໍດີ ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ອອກ​ໄປ​ໃຫ້​ໝົດ ຊາວ​ອິດສະຣາເອນ​ຊໍ້າ​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ບາງ​ຢ່າງ​ໃຫ້​ແກ່​ພວກຕົນ.


ເຜົ່າ​ເຊບູໂລນ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ກິດໂຣນ​ແລະ​ເມືອງ​ນາຮາລານ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ ແລະ​ຖືກ​ບັງຄັບ​ເຮັດ​ວຽກ​ໃຫ້​ພວກເຂົາ.


ເຜົ່າ​ເນັບທາລີ​ບໍ່ໄດ້​ຂັບໄລ່​ປະຊາຊົນ ທີ່​ຢູ່​ໃນ​ເມືອງ​ເບັດເຊເມດ​ແລະ​ເມືອງ​ເບັດ​ອານາດ ໃຫ້​ອອກ​ໜີໄປ. ຊາວ​ເນັບທາລີ​ໄດ້​ຢູ່​ຮ່ວມ​ກັບ​ຊາວ​ການາອານ​ຄົນພື້ນເມືອງ ແຕ່​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.


ຊາວ​ອາໂມ​ຍັງ​ສືບຕໍ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ ດັ່ງນີ້: ໄອຢາໂລນ, ຊາອານບິມ ແລະ​ພູ​ເຮເຣັດ. ແຕ່​ເຜົ່າ​ເອຟຣາອິມ​ກັບ​ເຜົ່າ​ມານາເຊ​ໄດ້​ປົກຄອງ​ພວກເຂົາ ແລະ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໃຫ້​ພວກ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka