12 ເຖິງຢ່າງໃດກໍຕາມ ເຜົ່າມານາເຊບໍ່ສາມາດຂັບໄລ່ພວກທີ່ຢູ່ໃນເມືອງເຫຼົ່ານີ້ອອກໄປໄດ້. ດັ່ງນັ້ນ ຊາວການາອານຈຶ່ງໄດ້ອາໄສຢູ່ໃນເມືອງເຫຼົ່ານີ້ຕໍ່ໄປ.
ແຕ່ປະຊາຊົນຢູດາບໍ່ສາມາດຂັບໄລ່ພວກເຢບຸດ ຊຶ່ງອາໄສຢູ່ນະຄອນເຢຣູຊາເລັມອອກໄປໄດ້. ພວກເຢບຸດຈຶ່ງຍັງອາໄສຢູ່ໃນທີ່ນັ້ນກັບປະຊາຊົນຢູດາຈົນເຖິງທຸກວັນນີ້.
ແຕ່ພວກເຂົາບໍ່ໄດ້ຂັບໄລ່ພວກການາອານ ທີ່ຢູ່ໃນເມືອງເກເຊໃຫ້ອອກໄປ. ດ້ວຍເຫດນີ້ ພວກການາອານຈຶ່ງຍັງຢູ່ຮ່ວມກັບພວກເອຟຣາອິມຈົນເຖິງທຸກວັນນີ້. ແຕ່ພວກເອຟຣາອິມໄດ້ບັງຄັບພວກເຂົາໃຫ້ເຮັດວຽກດັ່ງທາດຮັບໃຊ້.