Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 17:11 - ພຣະຄຳພີສັກສິ

11 ພາຍ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ​ແລະ​ອາເຊ​ນັ້ນ ມານາເຊ​ໄດ້​ເມືອງ​ເບັດ​ເຊອານ​ແລະ​ເມືອງ​ອິບເລອາມ ລວມທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຕະຫລອດ​ທັງ​ໂດເຣ (ເມືອງ​ຝັ່ງ​ທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 17:11
22 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ໄປ​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ຈາກ​ຊາວ​ຢາເບັດ​ກີເລອາດ. (ຊາວ​ຢາເບັດ​ໄດ້​ລັກ​ເອົາ​ຊາກສົບ​ຈາກ​ສີ່​ແຍກ​ກາງ​ເມືອງ​ເບັດ​ຊານ ບ່ອນ​ທີ່​ຊາວ​ຟີລິດສະຕິນ​ແຂວນ​ຊາກສົບ​ໄວ້ ໃນ​ມື້​ທີ່​ກະສັດ​ໂຊນ​ຖືກ​ຂ້າ​ຢູ່​ທີ່​ເທິງ​ພູ​ກິນໂບອາ.)


ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (


ເມື່ອ​ກະສັດ​ອາຮາຊີຢາ​ເຫັນ​ເຫດການ​ເກີດຂຶ້ນ​ເຊັ່ນນີ້ ຈຶ່ງ​ຂັບ​ລົດມ້າ​ປົບໜີໄປ​ທາງ​ເມືອງ​ເບັດຮາການ ແລະ​ເຢຮູ​ໄດ້​ໄລ່ຕາມ​ເພິ່ນ​ໄປ. ເຢຮູ​ສັ່ງ​ທະຫານ​ຂອງຕົນ​ວ່າ, “ໃຫ້​ຂ້າ​ລາວ​ຄືກັນ” ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ບາດເຈັບ ໃນ​ຂະນະທີ່​ເພິ່ນ​ຂີ່​ລົດມ້າ​ໜີໄປ​ທາງ​ເມືອງ​ກູເຣ ໃກ້​ກັບ​ເມືອງ​ອິບເລອາມ, ແຕ່​ກະສັດ​ອາຮາຊີຢາ​ຍັງ​ທົນ​ປົບໜີ​ຕໍ່ໄປ ຈົນເຖິງ​ເມືອງ​ເມກິດໂດ ແລະ​ຕາຍ​ຢູ່​ທີ່​ນັ້ນ.


ໃນ​ເຂດແດນ​ຂອງ​ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ພວກເຂົາ​ໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ຂອງ​ອາເນ​ແລະ​ບີເລອາມ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ.


ເຊື້ອສາຍ​ຂອງ​ມານາເຊ​ໄດ້​ປົກຄອງ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ເມກິດໂດ ແລະ​ໂດເຣ, ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ. ເມືອງ​ທັງໝົດ​ເຫຼົ່ານີ້​ແມ່ນ​ບ່ອນ​ທີ່​ເຊື້ອສາຍ​ຂອງ​ໂຢເຊັບ ລູກຊາຍ​ຂອງ​ຢາໂຄບ ອາໄສ​ຢູ່.


ແຕ່​ໂຢສີຢາ​ຕັ້ງໃຈ​ທີ່​ຈະ​ສູ້ຮົບ. ເພິ່ນ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ກະສັດ​ເນໂກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ປອມຕົວ​ເຂົ້າ​ສູ້ຮົບ​ທີ່​ທົ່ງພຽງ​ຂອງ​ເມືອງ​ເມກິດໂດ.


ພຣະອົງ​ໄດ້​ເອົາ​ຊະນະ​ພວກ​ເຂົາເຈົ້າ​ທີ່​ເອນໂດເຣ ແລະ​ຊາກສົບ​ຂອງ​ພວກເຂົາ​ກໍ​ເນົ່າເໝັນ​ເຕັມ​ພື້ນ.


ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.


ໃນ​ເວລາ​ນັ້ນ ການ​ໄວ້ທຸກ​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ໜັກ​ຫລາຍ ເທົ່າ​ກັບ​ການ​ໄວ້ທຸກ​ໃຫ້​ແກ່​ຮາດັດຣິມໂມນ ຢູ່​ໃນ​ທົ່ງພຽງ​ຂອງ​ເມກິດໂດ.


ແລະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ເນີນພູ​ທາງ​ພາກເໜືອ, ຢູ່​ທາງ​ຮ່ອມພູ​ຈໍແດນ​ໃຕ້​ທະເລສາບ​ຄາລີເລ, ຢູ່​ຕາມ​ຕີນ​ພູ ແລະ​ຢູ່​ຕາມ​ຝັ່ງ​ທະເລ​ໃກ້​ກັບ​ເມືອງ​ໂດເຣ.


ກະສັດ​ຂອງ​ຕາອານັກ, ກະສັດ​ຂອງ​ເມກິດໂດ,


ກະສັດ​ຂອງ​ໂດເຣ (ທາງ​ຝັ່ງ​ທະເລ), ກະສັດ​ຂອງ​ໂກອີອີມ (ທີ່​ຄາລີເລ ),


ລວມທັງ​ບາງ​ເມືອງ​ກັບ​ບ້ານ​ຕ່າງໆ ຢູ່​ພາຍ​ໃນ​ເຂດ​ຊາຍແດນ​ຂອງ​ມານາເຊ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ພວກ​ເອຟຣາອິມ.


ເຜົ່າ​ເອຟຣາອິມ​ໄດ້​ດິນແດນ​ທາງທິດໃຕ້ ແລະ​ເຜົ່າ​ມານາເຊ​ໄດ້​ດິນແດນ​ທາງທິດເໜືອ ໂດຍ​ມີ​ທະເລ​ເມດີແຕຣາເນ​ເປັນ​ຊາຍແດນ​ທາງດ້ານ​ທິດ​ຕາເວັນຕົກ. ສ່ວນ​ເຜົ່າ​ອາເຊ​ໄດ້​ດິນແດນ​ທາງທິດ​ຕາເວັນຕົກ​ສ່ຽງເໜືອ ແລະ​ເຜົ່າ​ອິດຊາຄາ​ໄດ້​ດິນແດນ​ທາງທິດ​ຕາເວັນອອກ​ສ່ຽງເໜືອ.


ແລ້ວ​ພວກເຂົາ​ກໍ​ຕອບ​ວ່າ, “ທາງ​ເຂດ​ເນີນພູ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຮົາ ສ່ວນ​ພວກ​ການາອານ​ທີ່​ຢູ່​ຕາມ​ທົ່ງພຽງ ຕ່າງ​ກໍ​ມີ​ລົດຮົບ​ເຫຼັກ ທັງ​ພວກ​ທີ່​ຢູ່​ໃນ​ເບັດ​ເຊອານ ແລະ​ພວກ​ທີ່​ຢູ່​ຕາມ​ເມືອງເລັກ​ເມືອງນ້ອຍ​ອ້ອມແອ້ມ ແລະ​ພວກ​ທີ່​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ.”


ເຜົ່າ​ມານາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ​ເມືອງ​ທັງຫລາຍ​ທີ່​ຢູ່​ໃກ້ຄຽງ. ຊາວ​ການາອານ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ.


ທີ່​ຕາອານັກ​ນັ້ນ​ໃກ້​ກັບ​ນໍ້າຫ້ວຍ​ເມກິດໂດ ບັນດາ​ກະສັດ​ໄດ້​ມາ​ເຮັດ​ເສິກ​ເພື່ອ​ສູ້ຮົບ; ບັນດາ​ກະສັດ​ການາອານ​ໄດ້​ສູ້ຮົບ​ຕົບຕີ ແຕ່​ພວກເຂົາ​ບໍ່ໄດ້​ຢຶດ​ເຄື່ອງ​ເປັນ​ເງິນ​ໄປ​ດ້ວຍ.


ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຊອກ​ຫາ​ຜູ້ຍິງ​ທີ່​ເປັນ​ໝໍ​ຜີ​ໃຫ້​ເຮົາ​ເຖີດ ເພື່ອ​ວ່າ​ເຮົາ​ຈະ​ຖາມ ແລະ​ປຶກສາ​ກັບ​ນາງ.” ພວກເຂົາ​ຕອບ​ວ່າ, “ມີ​ຜູ້ໜຶ່ງ​ຢູ່​ທີ່​ເມືອງ​ເອນໂດເຣ.”


ແລ້ວ​ພວກເຂົາ​ກໍ​ເອົາ​ອາວຸດ​ຂອງ​ເພິ່ນ​ໄປ​ບັນຈຸ​ໄວ້​ຢູ່​ໃນ​ວັດ​ຂອງ​ເຈົ້າແມ່​ອັດສະຕາກ ແລະ​ຕອກ​ຊາກສົບ​ຂອງ​ເພິ່ນ​ໃສ່​ກັບ​ກຳແພງ​ເມືອງ​ເບັດ​ຊານ.


ຄົນ​ທີ່​ອົງອາດ​ກ້າຫານ ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເບັດ​ຊານ​ຕະຫລອດ​ຄືນ. ພວກເຂົາ​ໄດ້​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ​ກັບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ລົງ​ມາ​ຈາກ​ກຳແພງ​ເມືອງ ແລະ​ນຳ​ຊາກສົບ​ເຫຼົ່ານັ້ນ​ໄປ​ທີ່​ເມືອງ​ຢາເບັດ ແລະ​ຈູດ​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka