Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 17:1 - ພຣະຄຳພີສັກສິ

1 ດິນແດນ​ສ່ວນ​ໜຶ່ງ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໄດ້​ຖືກ​ມອບໝາຍ​ໃຫ້​ບາງ​ຄອບຄົວ​ໃນ​ເຜົ່າ​ມານາເຊ ເນື່ອງ​ຈາກ​ວ່າ​ມານາເຊ​ເປັນ​ລູກຊາຍກົກ​ຂອງ​ໂຢເຊັບ. ມາກີ​ພໍ່​ຂອງ​ກີເລອາດ ເປັນ​ລູກຊາຍກົກ​ຂອງ​ມານາເຊ​ແລະ​ເປັນ​ວິລະບູລຸດ​ຜູ້​ເກັ່ງກ້າ; ດັ່ງນັ້ນ ເຂດແດນ​ກີເລອາດ​ກັບ​ບາຊານ​ທາງທິດ​ຕາເວັນອອກ​ແມ່ນໍ້າ​ຈໍແດນ ຈຶ່ງ​ຖືກ​ມອບໝາຍ​ໃຫ້​ແກ່​ມາກີ.

Uka jalj uñjjattʼäta Copia luraña




ໂຢຊວຍ 17:1
20 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ເຈັບຊໍ້າ​ນາໆ​ປະການ ແລະ​ລືມ​ຄອບຄົວ​ພໍ່​ຂ້ອຍ​ທັງໝົດ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍກົກ​ວ່າ, “ມານາເຊ.”


ເພິ່ນ​ເວົ້າ​ອີກ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຢູ່​ໃນ​ປະເທດ ທີ່​ຂ້ອຍ​ມີ​ຄວາມ​ເດືອດຮ້ອນ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ທີ​ສອງ​ວ່າ, “ເອຟຣາອິມ.”


ຢູ່​ໃນ​ປະເທດ​ເອຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂຣຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ.


ໂຢເຊັບ​ບໍ່​ສະບາຍ​ໃຈ ເມື່ອ​ເຫັນ​ພໍ່​ຂອງຕົນ​ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ. ສະນັ້ນ ເພິ່ນ​ຈຶ່ງ​ປ່ຽນ​ມື​ຂອງ​ພໍ່​ທີ່​ວາງ​ເທິງ​ຫົວ​ຂອງ​ເອຟຣາອິມ ມາ​ວາງ​ໃສ່​ເທິງ​ຫົວ​ຂອງ​ມານາເຊ.


ເພິ່ນ​ເວົ້າ​ກັບ​ພໍ່​ວ່າ, “ບໍ່ແມ່ນ​ທາງ​ນີ້​ພໍ່ ທາງ​ນີ້​ແມ່ນ​ອ້າຍ, ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ລາວ​ສາ.”


ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ເຫັນ​ລູກ ແລະ​ຫລານ​ຂອງ​ເອຟຣາອິມ. ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ໄດ້​ຮັບ​ເອົາ​ລູກ​ຂອງ​ມາກີ ລູກຊາຍ​ຂອງ​ມານາເຊ​ເຂົ້າ​ໃນ​ຄອບຄົວ​ຄືກັນ.


ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.


ແຕ່​ເພິ່ນ​ໄດ້​ໃຊ້​ກຳລັງ​ຢຶດເອົາ​ອານາຈັກ​ຕ່າງໆ​ຂອງ​ເກຊູ ແລະ​ຂອງ​ອາຣາມ​ຫົກສິບ​ຕົວເມືອງ ລວມ​ທັງ​ໝູ່ບ້ານ​ທັງຫລາຍ​ຂອງ​ຢາອີ​ແລະ​ເກນາດ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ເມືອງ​ທີ່​ອາໄສ​ຢູ່​ທີ່​ນັ້ນ ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ ຜູ້​ເປັນ​ພໍ່​ຂອງ​ກີເລອາດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຕໍ່ໄປນີ້​ແມ່ນ​ອານາເຂດ​ຂອງ​ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ກັນ​ໃນ​ທ່າມກາງ​ສິບສອງ​ເຜົ່າ ລວມ​ທັງ​ເຜົ່າ​ຂອງ​ໂຢເຊັບ ທີ່​ຈະ​ຕ້ອງ​ໄດ້​ຮັບ​ສອງ​ສ່ວນ.


ເຜົ່າ​ມານາເຊ: ມາກີ​ລູກຊາຍ​ຂອງ​ມານາເຊ​ພໍ່​ຂອງ​ກີເລອາດ ແລະ​ຕະກຸນ​ດັ່ງ​ຕໍ່ໄປນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ກີເລອາດ ດັ່ງນີ້:


ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ ແມ່ນ​ລູກສາວ​ຂອງ​ເຊໂລເຟຮັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ ແລະ​ຫລານຊາຍ​ຂອງ​ກີເລອາດ ເຫຼັນ​ຂອງ​ມາກີ​ແລະ​ຫລ້ອນ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ​ເຄິ່ງ​ເຜົ່າ​ຄື: ເຂດແດນ​ທັງໝົດ​ຂອງ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ນະຄອນ​ບາຊານ ພ້ອມ​ເມືອງ​ຕ່າງໆ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ລາວ​ຕ້ອງ​ແບ່ງ​ມໍຣະດົກ​ສອງ​ເທົ່າ​ໃຫ້​ລູກຊາຍ​ຄົນ​ກົກ ເຖິງ​ແມ່ນ​ວ່າ​ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ເມຍ​ທີ່​ຕົນ​ຮັກ​ກໍຕາມ. ຊາຍ​ຜູ້ໜຶ່ງ​ຕ້ອງ​ຮັບ​ຮູ້​ສິດທິ​ຂອງ​ລູກຊາຍກົກ​ຂອງຕົນ ແລະ​ແບ່ງ​ມໍຣະດົກ​ທີ່​ຖືກ​ຕາມ​ກົດໝາຍ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ​ໃຫ້​ແກ່​ລາວ.”


ສ່ວນ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ ຖືກ​ມອບໝາຍ​ໃຫ້​ຄອບຄົວ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ເຜົ່າ​ມານາເຊ​ດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນ​ເຫຼົ່ານີ້​ແມ່ນ​ພວກ​ຜູ້ຊາຍ​ຈາກ​ເຊື້ອສາຍ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ; ພວກເຂົາ​ຕ່າງ​ກໍ​ເປັນ​ຫົວໜ້າ​ຄອບຄົວ.


ພວກເຂົາ​ມາ​ຈາກ ເຜົ່າ​ເອຟຣາອິມ​ທີ່​ຢູ່​ໃນ​ຮ່ອມພູ ນຳ​ຫລັງ​ເຜົ່າ​ເບັນຢາມິນ​ແລະ​ປະຊາຊົນ​ດ້ວຍ. ສ່ວນ​ພວກ​ຜູ້​ບັນຊາການ​ນັ້ນ​ມາ​ຈາກ​ຕະກຸນ​ມາກີ ແລະ​ນາຍ​ທະຫານ​ມາ​ຈາກ​ເຜົ່າ​ເຊບູໂລນ​ທັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka