Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 16:9 - ພຣະຄຳພີສັກສິ

9 ລວມທັງ​ບາງ​ເມືອງ​ກັບ​ບ້ານ​ຕ່າງໆ ຢູ່​ພາຍ​ໃນ​ເຂດ​ຊາຍແດນ​ຂອງ​ມານາເຊ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ພວກ​ເອຟຣາອິມ.

Uka jalj uñjjattʼäta Copia luraña




ໂຢຊວຍ 16:9
6 Jak'a apnaqawi uñst'ayäwi  

ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.


ເຂດແດນ​ທີ່​ພວກເຂົາ​ຕັ້ງ​ຫລັກແຫຼ່ງ​ຢູ່​ນັ້ນ​ລວມເອົາ​ທັງ​ເບັດເອນ ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ ຈົນເຖິງ​ທາງທິດ​ຕາເວັນອອກ​ຂອງ​ນາອາຣານ ເລີຍ​ໄປ​ຮອດ​ທິດ​ຕາເວັນຕົກ​ເກເຊ​ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເຂດແດນ​ນີ້​ໄດ້​ລວມເອົາ​ເມືອງ​ທັງຫລາຍ​ຂອງ​ຊີເຄມ​ແລະ​ໄອຢາ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.


ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.


ຊາຍແດນ​ນີ້​ທາງ​ທິດ​ຕາເວັນຕົກ ຈາກ​ຕັບປູອາ​ເຖິງ​ຫ້ວຍນໍ້າ​ການາ ແລະ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້ ເປັນ​ກຳມະສິດ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເອຟຣາອິມ


ແລ້ວ​ຊາຍແດນ​ນີ້​ກໍ​ລົງ​ໄປ​ຈົນເຖິງ​ຫ້ວຍນໍ້າ​ການາ. ເມືອງ​ຕ່າງໆ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ມານາເຊ​ທາງໃຕ້​ຫ້ວຍນໍ້າ​ນີ້ ເປັນ​ຂອງ​ເຜົ່າ​ເອຟຣາອິມ ເຖິງ​ແມ່ນ​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ​ກໍຕາມ. ຊາຍແດນ​ຂອງ​ເຜົ່າມານາເຊ​ນີ້​ຍາວ​ໄປ​ຕາມ​ຫ້ວຍນໍ້າ​ທາງທິດເໜືອ ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka