Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 16:7 - ພຣະຄຳພີສັກສິ

7 ແລ້ວ​ຈາກ​ຢາໂນອາ​ລົງ​ມາ​ເຖິງ​ອາຕາໂຣດ​ແລະ​ນາອາຣາ ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ​ແລະ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.

Uka jalj uñjjattʼäta Copia luraña




ໂຢຊວຍ 16:7
6 Jak'a apnaqawi uñst'ayäwi  

ເຂດແດນ​ທີ່​ພວກເຂົາ​ຕັ້ງ​ຫລັກແຫຼ່ງ​ຢູ່​ນັ້ນ​ລວມເອົາ​ທັງ​ເບັດເອນ ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ ຈົນເຖິງ​ທາງທິດ​ຕາເວັນອອກ​ຂອງ​ນາອາຣານ ເລີຍ​ໄປ​ຮອດ​ທິດ​ຕາເວັນຕົກ​ເກເຊ​ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເຂດແດນ​ນີ້​ໄດ້​ລວມເອົາ​ເມືອງ​ທັງຫລາຍ​ຂອງ​ຊີເຄມ​ແລະ​ໄອຢາ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.


ແລະ​ຈາກ​ບ່ອນ​ນັ້ນ​ໄປ​ສູ່​ທະເລ​ເມດີແຕຣາເນ. ມິກເມທັດ​ທາງ​ດ້ານ​ເໜືອ ຈາກ​ທິດ​ຕາເວັນອອກ​ຂອງ​ບ່ອນ​ນີ້ ຊາຍແດນ​ໄດ້​ເລີຍ​ໄປ​ຈົນເຖິງ​ຕາອານາດຊີໂລ ແລະ​ຜ່ານ​ໄປ​ຈົນເຖິງ​ທາງທິດ​ຕາເວັນອອກ​ສູ່​ຢາໂນອາ.


ທັນໃດນັ້ນ ນໍ້າ​ທີ່​ໄຫລ​ມາ​ຈາກ​ທາງ​ເໜືອ​ກໍ​ຢຸດ​ໄຫລ​ແລະ​ໂຮມ​ເຂົ້າ​ກັນ​ທີ່​ເມືອງ​ອາດາມ ຢູ່​ໃກ້​ກັບ​ເມືອງ​ຊາເຣທານ ສາຍ​ນໍ້າ​ທີ່​ໄຫລ​ລົງ​ສູ່​ທະເລຕາຍ​ຖືກ​ຕັດຂາດ​ໝົດກ້ຽງ ແລະ​ປະຊາຊົນ​ຈຶ່ງ​ສາມາດ​ຂ້າມ​ນໍ້າ​ໄປ​ໃກ້​ກັບ​ເມືອງ​ເຢຣິໂກ​ໄດ້.


ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.


ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ອອກ​ຄຳເຕືອນ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ ຈະ​ຖືກ​ສາບແຊ່ງ​ຕໍ່ໜ້າ​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ສ້າງ​ຮາກຖານ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍກົກ​ຂອງຕົນ; ຜູ້ໃດ​ກໍຕາມ​ທີ່​ສ້າງ​ປະຕູ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍ​ຫລ້າ​ຂອງຕົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka