ໂຢຊວຍ 16:5 - ພຣະຄຳພີສັກສິ5 ຕໍ່ໄປນີ້ແມ່ນເຂດແດນຂອງຄອບຄົວຕ່າງໆໃນເຜົ່າເອຟຣາອິມ: ຊາຍແດນຂອງພວກເຂົາເລີ່ມແຕ່ອາຕາໂຣດອັດດາ ທາງທິດຕາເວັນອອກໄປຈົນເຖິງເບັດໂຮໂຣນເທິງ Uka jalj uñjjattʼäta |
ເຂດແດນທີ່ພວກເຂົາຕັ້ງຫລັກແຫຼ່ງຢູ່ນັ້ນລວມເອົາທັງເບັດເອນ ແລະຕົວເມືອງຕ່າງໆທີ່ຢູ່ອ້ອມແອ້ມ ຈົນເຖິງທາງທິດຕາເວັນອອກຂອງນາອາຣານ ເລີຍໄປຮອດທິດຕາເວັນຕົກເກເຊແລະຕົວເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນ. ເຂດແດນນີ້ໄດ້ລວມເອົາເມືອງທັງຫລາຍຂອງຊີເຄມແລະໄອຢາ ຕະຫລອດທັງເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນດ້ວຍ.
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.