Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 16:2 - ພຣະຄຳພີສັກສິ

2 ແຕ່​ເບັດເອນ​ໄປ​ທາງ​ເມືອງ​ລູເຊ ຜ່ານ​ໄປ​ທາງ​ອາຕາໂຣດ​ອັດດາ ບ່ອນ​ທີ່​ພວກອາກກີ​ໄດ້​ອາໄສ​ຢູ່.

Uka jalj uñjjattʼäta Copia luraña




ໂຢຊວຍ 16:2
8 Jak'a apnaqawi uñst'ayäwi  

ລາວ​ເອີ້ນ​ບ່ອນ​ນີ້​ວ່າ ເບັດເອນ. (ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ ລູເຊ)


ເມື່ອ​ກະສັດ​ດາວິດ​ຂຶ້ນ​ໄປ​ຮອດ​ເທິງ​ເນີນພູ​ບ່ອນ​ມີ​ທີ່​ນະມັດສະການ​ພຣະເຈົ້າ, ຮູຊາຍ​ຄົນ​ຊາວ​ເມືອງ​ອາກກິດ ແລະ​ເປັນ​ເພື່ອນ​ສະໜິດ​ຂອງ​ເພິ່ນ​ກໍ​ມາ​ພົບ. ລາວ​ຈີກ​ເສື້ອຜ້າ​ແລະ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ຫົວ.


ດັ່ງນັ້ນ ຮູຊາຍ​ເພື່ອນ​ສະໜິດ​ຂອງ​ກະສັດ​ດາວິດ​ຈຶ່ງ​ກັບຄືນ​ເມືອ​ໃນ​ເມືອງ ຊຶ່ງ​ພໍດີ​ເປັນ​ເວລາ​ທີ່​ອັບຊາໂລມ​ມາ​ຮອດ.


ເມື່ອ​ຮູຊາຍ​ຊາວ​ອາກກິດ​ເພື່ອນ​ທີ່​ສັດຊື່​ຂອງ​ກະສັດ​ດາວິດ​ໄດ້​ພົບ​ອັບຊາໂລມ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ ຂໍ​ໃຫ້​ກະສັດ ຈົ່ງ​ໝັ້ນຍືນ.”


ອາຮີໂຕເຟນ​ເປັນ​ທີ່ປຶກສາ​ຂອງ​ກະສັດ ແລະ​ຮູຊາຍ​ຊາວ​ເມືອງ​ອາກກິດ ເປັນ​ເພື່ອນ ແລະ​ທັງ​ເປັນ​ທີ່ປຶກສາ​ຂອງ​ກະສັດ​ດາວິດ.


ເຂດແດນ​ທີ່​ພວກເຂົາ​ຕັ້ງ​ຫລັກແຫຼ່ງ​ຢູ່​ນັ້ນ​ລວມເອົາ​ທັງ​ເບັດເອນ ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ ຈົນເຖິງ​ທາງທິດ​ຕາເວັນອອກ​ຂອງ​ນາອາຣານ ເລີຍ​ໄປ​ຮອດ​ທິດ​ຕາເວັນຕົກ​ເກເຊ​ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເຂດແດນ​ນີ້​ໄດ້​ລວມເອົາ​ເມືອງ​ທັງຫລາຍ​ຂອງ​ຊີເຄມ​ແລະ​ໄອຢາ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.


ແລ້ວ​ຊາຍແດນ​ກໍ​ເລີຍ​ໄປ​ຈົນເຖິງ​ເນີນພູ​ທາງໃຕ້​ຂອງ​ເມືອງ​ລູເຊ (ມີ​ຊື່​ອີກ​ວ່າ​ເບັດເອນ) ແລ້ວ​ລົງ​ໄປ​ຈົນເຖິງ​ອາຕາໂຣດ​ອັດດາ ທີ່​ເທິງ​ພູ​ທາງໃຕ້​ເມືອງ​ເບັດ​ໂຮໂຣນ​ລຸ່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka