Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 16:10 - ພຣະຄຳພີສັກສິ

10 ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.

Uka jalj uñjjattʼäta Copia luraña




ໂຢຊວຍ 16:10
12 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (


ກະສັດ​ແຫ່ງ​ເອຢິບ​ໄດ້​ມາ​ບຸກໂຈມຕີ​ແລະ​ຢຶດເອົາ​ເມືອງ​ເກເຊ​ນີ້​ໄດ້ ເພິ່ນ​ໄດ້​ຂ້າ​ຊາວ​ເມືອງ ແລະ​ເຜົາ​ເມືອງ​ຖິ້ມ. ແລ້ວ​ເພິ່ນ​ກໍ​ມອບ​ເມືອງ​ນີ້ ໃຫ້​ເປັນ​ຂອງຂວັນ​ແກ່​ລູກສາວ​ໃນ​ເວລາ​ນາງ​ແຕ່ງງານ​ກັບ​ກະສັດ​ໂຊໂລໂມນ


ບັນດາ​ເຊື້ອສາຍ​ຂອງ​ປະຊາຊົນ​ເຫຼົ່ານັ້ນ​ໄດ້​ສືບຕໍ່​ຕົກ​ເປັນ​ທາດຮັບໃຊ້ ມາ​ຈົນເຖິງ​ສະໄໝ​ປັດຈຸບັນ​ນີ້.


ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ລວມທັງ​ບາງ​ເມືອງ​ກັບ​ບ້ານ​ຕ່າງໆ ຢູ່​ພາຍ​ໃນ​ເຂດ​ຊາຍແດນ​ຂອງ​ມານາເຊ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ພວກ​ເອຟຣາອິມ.


ເຖິງ​ຢ່າງ​ໃດ​ກໍຕາມ ເຜົ່າ​ມານາເຊ​ບໍ່​ສາມາດ​ຂັບໄລ່​ພວກ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກ​ໄປ​ໄດ້. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ຕໍ່ໄປ.


ເຖິງ​ແມ່ນ​ວ່າ ເມື່ອ​ຊາວ​ອິດສະຣາເອນ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ແລ້ວ​ກໍດີ ພວກເຂົາ​ກໍ​ບໍ່ໄດ້​ໄລ່​ພວກ​ການາອານ​ອອກ​ໄປ​ໃຫ້​ໝົດ. ແຕ່​ຊໍ້າ​ບັງຄັບ​ພວກເຂົາ​ເຮັດ​ວຽກ​ໜັກ​ໃຫ້​ແກ່​ພວກ​ຕົນ.


ເຜົ່າ​ເອຟຣາອິມ​ບໍ່ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ຢູ່​ໃນ​ເມືອງ​ເກເຊ ໃຫ້​ອອກ​ໜີໄປ. ດັ່ງນັ້ນ ຊາວ​ການາອານ​ຈຶ່ງ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka