Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:9 - ພຣະຄຳພີສັກສິ

9 ຈາກ​ບ່ອນ​ນີ້ ຊາຍແດນ​ໄດ້​ໄປ​ຈົນເຖິງ​ນໍ້າພຸ​ເນັບໂທອາ ແລະ​ອອກ​ໄປ​ຈົນເຖິງ​ເມືອງ​ຕ່າງໆ​ໃກ້​ກັບ​ພູ​ເອຟະໂຣນ. ໃນ​ທີ່ນັ້ນ ຊາຍແດນ​ນີ້​ໄດ້​ລ້ຽວ​ໄປ​ທາງ​ບາອາລາ (ຫລື​ກີຣີອາດ​ເຢອາຣີມ)

Uka jalj uñjjattʼäta Copia luraña




ໂຢຊວຍ 15:9
8 Jak'a apnaqawi uñst'ayäwi  

ແລະ​ພາ​ພວກເຂົາ​ໄປ​ທີ່​ເມືອງ​ບາອາລາ ໃນ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຕາມ​ນາມ​ຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ຊົງ​ນັ່ງ​ເທິງ​ບັນລັງ​ເຄຣຸບ.


ກະສັດ​ດາວິດ​ແລະ​ປະຊາຊົນ​ໄດ້​ໄປ​ທີ່​ເມືອງ​ບາອາລາ, ເມືອງ​ກີຣີອາດ​ເຢອາຣີມ, ຊຶ່ງ​ຢູ່​ໃນ​ເຂດແດນ​ຂອງ​ຢູດາຍ ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ກັບ​ມາ ຊຶ່ງ​ມີ​ນາມຊື່​ຂອງ​ພຣະເຈົ້າຢາເວ​ຢູ່​ເທິງ​ເຄຣຸບ​ນັ້ນ.


ບາອາລາ, ອີອີມ, ເອເຊມ,


ຍັງ​ມີ​ເມືອງ​ກີຣິອາດ​ບາອານ (ຫລື​ວ່າ ກີຣີອາດ​ເຢອາຣີມ) ແລະ​ຣັບບາ. ເມື່ອ​ລວມ​ທັງໝົດ​ມີ 2 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ສ່ວນ​ຊາຍແດນ​ທາງ​ພາກໃຕ້​ນັ້ນ​ໄດ້​ເລີ່ມ​ແຕ່​ແຄມ​ເມືອງ​ກີຣີອາດ​ເຢອາຣີມ ແລະ​ໄປ​ຈົນເຖິງ ບໍ່ນໍ້າ​ເນັບໂທອາ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.


ພວກເຂົາ​ຂຶ້ນ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ດ້ານ​ຕາເວັນຕົກ ຂອງ​ກີຣີອາດ​ເຢອາຣີມ​ໃນ​ແຂວງ​ຢູດາຍ. ດ້ວຍເຫດນີ້ ບ່ອນ​ນີ້​ຈຶ່ງ​ຍັງ​ມີ​ຊື່​ວ່າ​ທີ່ໝັ້ນ​ຂອງ​ພວກ​ດານ.


ແລ້ວ​ພວກເຂົາ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ຫາ​ຊາວ​ກີຣີອາດ​ເຢອາຣີມ​ວ່າ, “ພວກ​ຟີລິດສະຕິນ​ໄດ້​ສົ່ງ​ຫີບ​ຂອງ​ພຣະເຈົ້າຢາເວ​ຄືນ​ມາ​ແລ້ວ ຂໍ​ໃຫ້​ລົງ​ມາ​ເອົາ​ສາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka