Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:8 - ພຣະຄຳພີສັກສິ

8 ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:8
17 Jak'a apnaqawi uñst'ayäwi  

ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນີ້​ໄວ້.


ແລ້ວ​ພວກ​ຟີລິດສະຕິນ​ກໍ​ກັບຄືນ​ມາ​ສູ່​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນັ້ນ​ໄວ້​ອີກ.


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ກະສັດ​ດາວິດ​ພ້ອມ​ດ້ວຍ​ຊາວ​ອິດສະຣາເອນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ໃນ​ສະໄໝ​ນັ້ນ​ນະຄອນ​ເຢຣູຊາເລັມ​ມີ​ຊື່​ວ່າ ເຢບູ; ແລະ​ຊາວ​ເຢບຸດ​ປະຊາຊົນ​ພື້ນເມືອງ​ຂອງ​ດິນແດນ​ນີ້​ຍັງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ຊາໂນອາ, ອາດຸນລຳ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ. ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ລາກິດ ແລະ​ໃນ​ໄຮ່​ນາ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ ແລະ​ໃນ​ເມືອງ​ອາເຊກາ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ນັ້ນ. ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ປະຊາຊົນ​ຢູດາ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ ລະຫວ່າງ​ເບເອນເຊບາ​ທາງ​ພາກໃຕ້ ແລະ​ຮ່ອມພູ​ຮິນໂນມ​ທາງ​ພາກເໜືອ.


ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ທົ່ງນາ​ທີ່​ຖືກ​ຄົນ​ເກັບກ່ຽວ​ເອົາ​ເຂົ້າ​ໄປ ຄື​ເປົ່າປ່ຽວ​ດັ່ງ​ທົ່ງນາ​ໃນ​ຮ່ອມພູ​ເຣຟາອິມ​ທີ່​ຖືກ​ເກັບກ່ຽວ​ເອົາ​ເຂົ້າ​ໄປ​ໝົດ.


ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ


ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ພຣະເຈົ້າຢາເວ​ກ່າວວ່າ ສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ບ່ອນ​ນີ້​ຈະ​ບໍ່ມີ​ຜູ້ໃດ​ເອີ້ນ​ວ່າ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ, ແຕ່​ຄົນ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ.


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ ຈົນເຖິງ​ຕີນ​ພູ​ບ່ອນ​ທີ່​ຫລຽວ​ເຫັນ​ພູ​ຮິນໂນມ ທາງ​ເໜືອສຸດ​ຂອງ​ຮ່ອມພູ​ເຣຟາອິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ເລີຍ​ໄປ​ທາງໃຕ້​ຜ່ານ​ຮ່ອມພູ​ຮິນໂນມ ທາງໃຕ້​ສັນ​ພູ​ຂອງ​ຊາວ​ເຢບຸດ​ໄປ​ທາງ​ເອນໂຣເກນ.


ເຊລາ, ຮາເອເລັບ, ເຢບູ (ເມືອງ​ເຢຣູຊາເລັມ), ກີເບອາ ແລະ​ກີຣີອາດ​ເຢອາຣີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ຕໍ່ມາ ຊາວ​ຢູດາ​ໄດ້​ໂຈມຕີ​ເມືອງ​ເຢຣູຊາເລັມ​ແລະ​ຢຶດເມືອງ​ໄດ້. ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ແລະ​ຈູດ​ເມືອງ​ຖິ້ມ.


ແຕ່​ຊາຍ​ຄົນ​ນີ້​ບໍ່​ຢາກ​ຄ້າງຄືນ​ອີກ​ຕໍ່ໄປ. ສະນັ້ນ ລາວ​ແລະ​ເມຍນ້ອຍ​ຂອງຕົນ​ຈຶ່ງ​ອອກ​ເດີນທາງ ພ້ອມ​ກັບ​ຄົນ​ຮັບໃຊ້ ແລະ​ລໍ​ສອງ​ໂຕ​ທີ່​ມີ​ອານ​ພາດ​ເທິງ​ຫລັງ. ເມື່ອ​ພວກເຂົາ​ໄດ້​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ເຢບູ (ຊຶ່ງ​ແມ່ນ​ເຢຣູຊາເລັມ) ກໍ​ຂ້ອນ​ຄໍ່າ​ແລ້ວ. ຄົນ​ຮັບໃຊ້​ຈຶ່ງ​ເວົ້າ​ກັບ​ນາຍ​ຂອງຕົນ​ວ່າ, “ພວກເຮົາ​ຄ້າງຄືນ​ຢູ່​ທີ່​ເມືອງ​ຂອງ​ຊາວ​ເຢບຸດ​ນີ້​ສາກ່ອນ ບໍ່​ດີ​ບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka