Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:7 - ພຣະຄຳພີສັກສິ

7 ແຕ່​ຮ່ອມພູ​ອາໂຄ​ຂຶ້ນ​ໄປ​ຈົນເຖິງ​ເດບີ ແລະ​ລ້ຽວ​ໄປ​ທາງເໜືອ​ຮອດ​ກິນການ ທີ່​ຫັນ​ໜ້າ​ໃສ່​ຊ່ອງແຄບ​ອາດຸມມິມ​ທາງ​ເບື້ອງໃຕ້​ຂອງ​ຮ່ອມພູ. ແລ້ວ​ດິນແດນ​ນີ້​ກໍ​ຜ່ານ​ໄປ​ຈົນເຖິງ​ນໍ້າພຸ​ເອນເຊເມດ ອອກ​ໄປ​ທີ່​ເອນໂຣເກນ

Uka jalj uñjjattʼäta Copia luraña




ໂຢຊວຍ 15:7
13 Jak'a apnaqawi uñst'ayäwi  

ຝ່າຍ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ​ແລະ​ອາຮີມາອາດ ລູກຊາຍ​ຂອງ​ຊາດົກ ກໍ​ກຳລັງ​ຄອຍຖ້າ​ຢູ່​ທີ່​ບໍ່​ນໍ້າພຸ​ເອນໂຣເກນ​ນອກ​ນະຄອນ​ເຢຣູຊາເລັມ ຍ້ອນ​ພວກເຂົາ​ບໍ່​ກ້າ​ເຂົ້າ​ໄປ​ໃນ​ເມືອງ​ໃຫ້​ຜູ້ໃດ​ເຫັນ, ແຕ່​ໄດ້​ມີ​ສາວໃຊ້​ຄົນ​ໜຶ່ງ ອອກ​ໄປ​ລາຍງານ​ເຫດການ​ທີ່​ເກີດຂຶ້ນ​ເປັນ​ປະຈຳ ແລ້ວ​ທັງສອງ​ກໍ​ນຳ​ເອົາ​ຂ່າວ​ນັ້ນ​ໄປ​ບອກ​ກະສັດ​ດາວິດ.


ຢູ່​ມາ​ມື້​ໜຶ່ງ ອາໂດນີຢາ​ໄດ້​ຖວາຍ​ສັດ​ບູຊາ​ເຊັ່ນ: ແກະ, ງົວ ແລະ​ງົວໜຸ່ມ​ໂຕ​ອ້ວນພີ​ດີ​ທີ່​ໂງ່ນຫີນ​ງູ​ໃກ້​ກັບ​ບໍ່ນໍ້າ​ເອນໂຣເກນ. ລາວ​ໄດ້​ເຊີນ​ບັນດາ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ທີ່​ມາ​ແຕ່​ອານາຈັກ​ຢູດາຍ ໄປ​ຮ່ວມ​ກິນລ້ຽງ​ໃນ​ການ​ຖວາຍບູຊາ​ນີ້.


ພວກເຂົາ​ຈະ​ນະມັດສະການ​ເຮົາ ແລະ​ຈະ​ນຳ​ຝູງແກະ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ລ້ຽງ​ຕາມ​ທົ່ງຫຍ້າ​ຊາໂຣນ ໃນ​ທິດ​ຕາເວັນຕົກ ແລະ​ໃນ​ຮ່ອມ​ພູເຂົາ​ເດືອດຮ້ອນ​ທາງທິດ​ຕາເວັນອອກ.


ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”


ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.


ຈາກນັ້ນ ກາເລັບ​ໄດ້​ອອກ​ໄປ​ໂຈມຕີ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເດບີ (ເມືອງ​ນີ້​ເຄີຍ​ມີ​ຊື່​ວ່າ ກີຣິອາດ​ເຊເຟ).


ໄປ​ຈົນເຖິງ​ເບັດ​ໂຮກະລາ ແລະ​ເລີຍ​ໄປ​ທາງເໜືອ​ຂອງ​ເບັດ​ອາຣາບາ ແລ້ວ​ກໍ​ຂຶ້ນ​ໄປ​ຈົນເຖິງ​ໂງ່ນຫີນ​ໂບຮານ (ໂບຮານ​ເປັນ​ລູກຊາຍ​ຂອງ​ຣູເບັນ).


ແລ້ວ​ກໍ​ລ້ຽວ​ໄປ​ທາງທິດເໜືອ​ສູ່​ເອນເຊເມດ​ສູ່​ເກລີໂລດ ຊຶ່ງ​ກົງກັນຂ້າມ​ກັບ​ທາງ​ຜ່ານ​ຊ່ອງແຄບ​ອາດຸມມິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ​ທາງ​ໂງ່ນຫີນ​ຂອງ​ໂບຮານ (ໂບຮານ​ເປັນ​ລູກຊາຍ​ຂອງ​ຣູເບັນ)


ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.


ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ ຈຶ່ງ​ໄດ້​ຈັບ​ອາການ​ຕະກຸນ​ເຊຣາ​ພ້ອມ​ທັງ​ຢຶດເອົາ​ເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດ​ທັງ​ລູກ​ຊາຍ​ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ​ສິ່ງ​ອື່ນໆ​ອີກ​ທຸກຢ່າງ​ທີ່​ລາວ​ມີ ແລະ​ພວກເຂົາ​ໄດ້​ນຳ​ໄປ​ທີ່​ຮ່ອມພູ​ອາໂຄ.


ຫລັງຈາກ​ນັ້ນ ພວກເຂົາ​ກໍ​ເອົາ​ຫີນ​ມາ​ເຮັດ​ເປັນ​ກອງ​ໃຫຍ່​ຖົມ​ລາວ​ໄວ້ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້. ດັ່ງນັ້ນ ບ່ອນ​ນີ້​ຈົ່ງ​ເອີ້ນ​ວ່າ ຮ່ອມພູ​ອາໂຄ. ແລ້ວ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໂກດຮ້າຍ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka