Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:60 - ພຣະຄຳພີສັກສິ

60 ຍັງ​ມີ​ເມືອງ​ກີຣິອາດ​ບາອານ (ຫລື​ວ່າ ກີຣີອາດ​ເຢອາຣີມ) ແລະ​ຣັບບາ. ເມື່ອ​ລວມ​ທັງໝົດ​ມີ 2 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:60
8 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ກາເລັບ​ອີກ ດັ່ງນີ້: ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ ເມຍ​ຂອງ​ເພິ່ນ. ໂຊບານ​ລູກຊາຍ​ຂອງ​ຮູເຣ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ.


ມາອາຣາດ, ເບັດ​ອາໂນດ ແລະ​ເອນເຕໂກນ. ເມື່ອ​ລວມ​ທັງໝົດ​ມີ 6 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ດັ່ງນີ້: ເບັດ​ອາຣາບາ, ມິດດິນ, ເສກາກາ,


ຈາກ​ບ່ອນ​ນີ້ ຊາຍແດນ​ໄດ້​ໄປ​ຈົນເຖິງ​ນໍ້າພຸ​ເນັບໂທອາ ແລະ​ອອກ​ໄປ​ຈົນເຖິງ​ເມືອງ​ຕ່າງໆ​ໃກ້​ກັບ​ພູ​ເອຟະໂຣນ. ໃນ​ທີ່ນັ້ນ ຊາຍແດນ​ນີ້​ໄດ້​ລ້ຽວ​ໄປ​ທາງ​ບາອາລາ (ຫລື​ກີຣີອາດ​ເຢອາຣີມ)


ແລ້ວ​ຊາຍແດນ​ນີ້​ກໍ​ອອກ​ໄປ​ທາງ​ທິດໜຶ່ງອີກ ໂຄ້ງ​ໄປ​ທາງທິດໃຕ້​ດ້ານ​ທະເລ ຈາກ​ທິດ​ຕາເວັນຕົກ​ຂອງ​ພູ​ນີ້ ແລະ​ໄປ​ຈົນເຖິງ​ກີຣິອາດບາອານ (ຫລື​ກີຣີອາດ​ເຢອາຣີມ) ຊຶ່ງ​ເປັນ​ເມືອງ​ຂອງ​ເຜົ່າຢູດາ. ນີ້​ແມ່ນ​ຊາຍແດນ​ທາງທິດ​ຕາເວັນຕົກ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.


ແລ້ວ​ພວກເຂົາ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ຫາ​ຊາວ​ກີຣີອາດ​ເຢອາຣີມ​ວ່າ, “ພວກ​ຟີລິດສະຕິນ​ໄດ້​ສົ່ງ​ຫີບ​ຂອງ​ພຣະເຈົ້າຢາເວ​ຄືນ​ມາ​ແລ້ວ ຂໍ​ໃຫ້​ລົງ​ມາ​ເອົາ​ສາ.”


ສະນັ້ນ ຊາວ​ກີຣີອາດ​ເຢອາຣີມ​ຈຶ່ງ​ລົງ​ມາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ອາໄສ​ຢູ່​ຕາມ​ເນີນພູ​ຊື່​ວ່າ ອາບີນາດາບ. ພວກເຂົາ​ໄດ້​ແຕ່ງຕັ້ງ​ເອເລອາຊາ​ລູກຊາຍ​ຂອງ​ລາວ ໃຫ້​ຮັບ​ໜ້າທີ່​ເບິ່ງແຍງ​ຫີບ​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka