Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:55 - ພຣະຄຳພີສັກສິ

55 ແລະ​ຍັງ​ມີ​ເມືອງ​ມາໂອນ, ກາເມນ, ຊີເຟ, ຢຸດຕາ,

Uka jalj uñjjattʼäta Copia luraña




ໂຢຊວຍ 15:55
19 Jak'a apnaqawi uñst'ayäwi  

ເຮຊະໂຣ ຊາວ​ກາເມນ; ປາອາໄຣ ຊາວ​ອາຣັບ.


ຂະນະທີ່​ກະສັດ​ອາຮາບ​ຂຶ້ນ​ໄປ​ກິນ​ແລະ​ດື່ມ​ນັ້ນ ເອລີຢາ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ຍອດພູ​ກາເມນ ຄຸເຂົ່າ​ກົ້ມ​ຂາບລົງ​ດິນ ແລະ​ກົ້ມ​ໜ້າ​ລົງ​ຫວ່າງ​ກາງ​ຫົວ​ເຂົ່າ.


ລູກຊາຍກົກ​ຂອງ​ກາເລັບ​ນ້ອງ​ຂອງ​ເຢຣາເມເອນ​ຊື່​ວ່າ ເມຊາ ລາວ​ເປັນ​ພໍ່​ຂອງ​ຊີເຟ ຊີເຟ​ເປັນ​ພໍ່​ຂອງ​ມາເຣຊາ ແລະ​ມາເຣຊາ​ເປັນ​ພໍ່​ຂອງ​ເຮັບໂຣນ.


ຊາມມາຍ​ເປັນ​ພໍ່​ຂອງ​ມາໂອນ ແລະ​ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.


ກາດ, ມາເຣຊາ, ຊີເຟ,


ເພິ່ນ​ໄດ້​ສ້າງ​ຫໍຄອຍ​ທີ່​ມີ​ປ້ອມ​ປ້ອງກັນ​ນອກເມືອງ​ເຊັ່ນກັນ ພ້ອມ​ທັງ​ໄດ້​ຂຸດ​ອ່າງ​ເກັບ​ນໍ້າ​ໄວ້​ດ້ວຍ ຍ້ອນ​ເພິ່ນ​ມີ​ຝູງງົວ​ຢ່າງ​ຫລວງຫລາຍ​ຢູ່​ຕາມ​ຈ້າຍ​ພູ​ແລະ​ຕາມ​ທົ່ງພຽງ. ຍ້ອນ​ເພິ່ນ​ມັກ​ການ​ປູກຝັງ ເພິ່ນ​ຈຶ່ງ​ສົ່ງເສີມ​ປະຊາຊົນ​ໃຫ້​ປູກ​ຕົ້ນອະງຸ່ນ​ຕາມ​ເມືອງ​ພູດອຍ​ແລະ​ໃຫ້​ເຮັດ​ສວນ​ຕາມ​ດິນ​ທີ່​ອຸດົມສົມບູນ.


ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ຊີເຟ, ເຕເລັມ, ເບອາໂລດ,


ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຢິດຊະເຣນ, ຢົກເດອາມ, ຊາໂນອາ,


ອັນລຳເມເລັກ, ອາມາດ ແລະ​ມີຊັນ. ທາງ​ທິດ​ຕາເວັນຕົກ​ໄປ​ຈຸ​ກັບ​ພູ​ກາເມນ​ແລະ​ຊີໂຮເຣ​ລິບນາດ.


ອາອິນ, ຢຸດຕາ ແລະ​ເບັດເຊເມດ​ພ້ອມ​ທັງ​ທົ່ງຫຍ້າ. ລວມ​ທັງໝົດ​ມີ 9 ຕົວເມືອງ ຈາກ​ເຜົ່າຢູດາ​ແລະ​ຊີເມໂອນ.


ມື້​ຕໍ່ມາ ເພິ່ນ​ໄດ້​ອອກ​ໄປ​ພົບ​ກະສັດ​ໂຊນ​ແຕ່​ເຊົ້າໆ ແຕ່​ເພິ່ນ​ໄດ້ຍິນ​ຂ່າວ​ວ່າ ກະສັດ​ໂຊນ​ໄດ້​ໄປ​ທີ່​ເມືອງ​ກາເມນ​ແລ້ວ ບ່ອນ​ທີ່​ເພິ່ນ​ກໍ່ສ້າງ​ອະນຸສາວະລີ​ສຳລັບ​ຕົນເອງ ແລ້ວ​ໄດ້​ເລີຍ​ໄປ​ທີ່​ເມືອງ​ກິນການ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກັບຄືນ​ເມືອ​ເມືອງ​ຊີເຟ​ກ່ອນ​ກະສັດ​ໂຊນ. ສ່ວນ​ດາວິດ​ແລະ​ຄົນ​ທັງຫລາຍ​ຂອງຕົນ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ໃນ​ອາຣາບາ​ທາງທິດໃຕ້​ຂອງ​ເຢຊີໂມນ.


ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ຊອກ​ຫາ​ດາວິດ ແຕ່​ເພິ່ນ​ຮູ້​ເລື່ອງ​ນີ້​ກ່ອນ ຈຶ່ງ​ໄດ້​ປົບ​ໜີໄປ​ທີ່​ເນີນພູ​ຫີນ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ມາໂອນ ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ກະສັດ​ໂຊນ​ຮູ້​ຂ່າວ​ນີ້ ເພິ່ນ​ກໍ​ອອກ​ຕາມລ່າ​ດາວິດ.


ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ຕະກຸນ​ກາເລັບ​ຊື່​ວ່າ ນາບານ ລາວ​ເປັນ​ຊາວ​ເມືອງ​ມາໂອນ​ແລະ​ມີ​ທີ່ດິນ​ຢູ່​ໃກ້​ກັບ​ເມືອງ​ກາເມນ. ຊາຍ​ຜູ້​ນີ້​ເປັນ​ຄົນ​ຮັ່ງມີ ແລະ​ເປັນ​ເຈົ້າ​ຂອງ​ແກະ​ສາມພັນ​ໂຕ ແລະ​ແບ້​ໜຶ່ງພັນ​ໂຕ. ນາງ​ອາບີກາຍ​ເມຍ​ຂອງ​ລາວ​ເປັນ​ຄົນງາມ ແລະ​ສະຫລຽວ​ສະຫລາດ ສ່ວນ​ນາບານ​ນັ້ນ​ເປັນ​ຄົນ​ໃຈແຂງ​ແລະ​ໂຫດຮ້າຍ. ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່​ໃນ​ເມືອງ​ກາເມນ


ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ພວມ​ຕັດ​ຂົນແກະ​ຢູ່ ແລະ​ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ ເມື່ອ​ພວກ​ລ້ຽງແກະ​ຂອງທ່ານ​ຢູ່​ກັບ​ພວກເຮົາ​ນັ້ນ ພວກເຮົາ​ບໍ່ໄດ້​ທຳຮ້າຍ​ພວກເຂົາ​ແຕ່​ຢ່າງ​ໃດ​ເລີຍ. ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ເມືອງ​ກາເມນ​ນີ້ ພວກເຂົາ​ບໍ່ໄດ້​ສູນເສຍ​ຫຍັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka