ເອຊະຣາ ມີລູກຊາຍສີ່ຄົນ ດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະຢາໂລນ. ເມເຣດໄດ້ແຕ່ງງານກັບບີທີຢາ ລູກສາວຂອງກະສັດຟາໂຣແຫ່ງປະເທດເອຢິບ; ແລະພວກເຂົາມີລູກສາວຄົນໜຶ່ງຊື່ວ່າ ມີຣີອາມ ແລະມີລູກຊາຍສອງຄົນຊື່ວ່າ ຊາມມາຍ ແລະອີຊະບາ. ອີຊະບາໄດ້ສ້າງເມືອງເອຊະເຕມົວ. ເມເຣດຍັງໄດ້ແຕ່ງງານກັບຍິງຄົນໜຶ່ງໃນເຜົ່າຢູດາເຊັ່ນກັນ ແລະພວກເຂົາມີລູກຊາຍສາມຄົນ ດັ່ງນີ້: ເຢເຣັດຜູ້ໄດ້ສ້າງເມືອງເກໂດເຣ; ເຮເບຜູ້ໄດ້ສ້າງເມືອງໂສໂກ; ແລະເຢກູທິເອນຜູ້ໄດ້ສ້າງເມືອງຊາໂນອາ.