47 ຍັງມີເມືອງອາຊະໂດດແລະກາຊາ ພ້ອມທັງເມືອງເລັກເມືອງນ້ອຍກັບໝູ່ບ້ານຕ່າງໆ ໄປຈົນເຖິງລຳນໍ້າທາງຊາຍແດນຂອງປະເທດເອຢິບ ແລະທາງຝັ່ງທະເລເມດີແຕຣາເນ.
ແຕ່ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ໃຫ້ຄວາມສະຫງົບສຸກແກ່ຊາຍແດນຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ມີສັດຕູ ແລະບໍ່ມີໂພຍໄພໃດໆມາລົບກວນ.
ເພິ່ນໄດ້ຊະນະພວກຟີລິດສະຕິນ ແລະປຸ້ນສະດົມບ່ອນຕັ້ງຖິ່ນຖານຂອງພວກເຂົາ ເລີ່ມແຕ່ບ້ານນ້ອຍໆຈົນເຖິງເມືອງໃຫຍ່ ລວມທັງເມືອງກາຊາ ແລະທົ່ວທັງເຂດແດນນັ້ນດ້ວຍ.
ອຸດຊີຢາໄດ້ໄປເຮັດເສິກຕໍ່ສູ້ຊາວຟີລິດສະຕິນ. ເພິ່ນໄດ້ຮື້ກຳແພງເມືອງກາດ, ຢຳນີຢາ ແລະອາຊະໂດດໃຫ້ເພພັງລົງ ແລະໄດ້ສ້າງເມືອງທີ່ມີປ້ອມປ້ອງກັນຂຶ້ນໃນເມືອງຕ່າງໆໃກ້ເມືອງອາຊະໂດດ ແລະໃນເມືອງທັງຫລາຍຂອງດິນແດນຟີລິດສະຕິນ.
ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ ຕັ້ງແຕ່ອ່າວອາກາບາຈົນເຖິງທະເລເມດີແຕຣາເນ ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊີນາຍຈົນເຖິງແມ່ນໍ້າເອີຟຣັດ. ເຮົາຈະໃຫ້ພວກເຈົ້າມີອຳນາດເໜືອປະຊາຊົນຕ່າງໆໃນດິນແດນ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ.
ກ່ອນກະສັດແຫ່ງເອຢິບໄດ້ໂຈມຕີເມືອງກາຊາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່ຽວກັບຟີລິດສະຕິນ.
ຄວາມເສົ້າໂສກໜັກໄດ້ມາສູ່ປະຊາຊົນກາຊາ ປະຊາຊົນອາຊະເກໂລນກໍພາກັນມິດງຽບ. ພວກເຈົ້າຜູ້ລອດຕາຍຈາກພວກຄົນຮ່າງໃຫຍ່ ຕ່າງກໍຈະໄວ້ທຸກດົນນານປານໃດ?
ຈະບໍ່ມີຜູ້ໃດເຫຼືອຢູ່ໃນເມືອງກາຊາ. ອາຊະເກໂລນຈະກາຍເປັນເມືອງຮົກຮ້າງ. ປະຊາຊົນຂອງເມືອງອາຊະໂດດຈະຖືກຂັບໄລ່ໃຫ້ອອກໄປໃນເຄິ່ງມື້ ແລະຊາວເອັກໂຣນຈະຖືກຂັບໄລ່ໃຫ້ອອກໄປຈາກເມືອງຂອງພວກເຂົາ.
ແລ້ວເທວະດາຕົນໜຶ່ງ ຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງລຸກຂຶ້ນ ຕຽມຕົວໃຫ້ພ້ອມ ແລະໄປທາງທິດໃຕ້ ຕາມທາງແຕ່ນະຄອນເຢຣູຊາເລັມລົງໄປສູ່ກາຊາ.” (ຫົນທາງນີ້ຄົນບໍ່ທຽວກັນແລ້ວ.)
ສ່ວນດິນແດນຕາມແຄມຝັ່ງຂອງທະເລເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກເກາະກະເຣເຕໄດ້ຕັ້ງຫຼັກແຫຼ່ງຢູ່. ພວກເຂົາໄດ້ທຳລາຍລ້າງຜານຊາວອາວິມ ຊາວພື້ນເມືອງ ແລະໄດ້ຢຶດຄອງດິນແດນທັງໝົດຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງກາຊາ.
ບໍ່ມີພວກອານາກີມຈັກຄົນທີ່ເຫຼືອຢູ່ໃນດິນແດນອິດສະຣາເອນ ແຕ່ຍັງມີບາງຄົນທີ່ໄດ້ເຫຼືອຢູ່ໃນເມືອງກາຊາ, ເມືອງກາດ ແລະເມືອງອາຊະໂດດ.
ແລະດິນແດນຂອງຊາວອາວິມທີ່ຢູ່ທາງທິດໃຕ້. (ດິນແດນແຕ່ແມ່ນໍ້າຊີໂຮເຣ ຕາມຊາຍແດນຂອງປະເທດເອຢິບຂຶ້ນໄປທາງເໜືອ ຈົນເຖິງເຂດແດນເອັກໂຣນຖືວ່າເປັນຖິ່ນຂອງຊາວການາອານ; ບັນດາຜູ້ປົກຄອງຂອງຊາວຟີລິດສະຕິນ 5 ຄົນ ທີ່ຢູ່ໃນເມືອງກາຊາ, ເມືອງອາຊະໂດດ, ເມືອງອາຊະເກໂລນ, ເມືອງກາດ ແລະເມືອງເອັກໂຣນ).
ຂຶ້ນໄປທາງອາຊະໂມນ ແລະລຽບໄປຕາມລຳນໍ້າຂອງຊາຍແດນແຫ່ງປະເທດເອຢິບ ລົງສູ່ທະເລເມດີແຕຣາເນ. ອັນນີ້ແມ່ນຊາຍແດນທາງທິດໃຕ້ຂອງເຜົ່າຢູດາ.
ຕະຫລອດທັງເມືອງຕ່າງໆທັງໝົດຊຶ່ງຢູ່ໃກ້ກັບອາຊະໂດດ ຕັ້ງແຕ່ເອັກໂຣນຈົນໄປເຖິງທະເລເມດີແຕຣາເນ.
ສ່ວນທາງເຂດເນີນພູນັ້ນມີດັ່ງນີ້: ຊາເມຍ, ຢັດຕີ, ໂສໂກ,