Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:46 - ພຣະຄຳພີສັກສິ

46 ຕະຫລອດ​ທັງ​ເມືອງ​ຕ່າງໆ​ທັງໝົດ​ຊຶ່ງ​ຢູ່​ໃກ້​ກັບ​ອາຊະໂດດ ຕັ້ງແຕ່​ເອັກໂຣນ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:46
9 Jak'a apnaqawi uñst'ayäwi  

ອຸດຊີຢາ​ໄດ້​ໄປ​ເຮັດ​ເສິກ​ຕໍ່ສູ້​ຊາວ​ຟີລິດສະຕິນ. ເພິ່ນ​ໄດ້​ຮື້​ກຳແພງ​ເມືອງກາດ, ຢຳນີຢາ ແລະ​ອາຊະໂດດ​ໃຫ້​ເພພັງ​ລົງ ແລະ​ໄດ້​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຂຶ້ນ​ໃນ​ເມືອງ​ຕ່າງໆ​ໃກ້​ເມືອງ​ອາຊະໂດດ ແລະ​ໃນ​ເມືອງ​ທັງຫລາຍ​ຂອງ​ດິນແດນ​ຟີລິດສະຕິນ.


ພາຍໃຕ້​ຄຳສັ່ງ​ຂອງ​ຈັກກະພັດ​ຊາກໂກນ​ແຫ່ງ​ອັດຊີເຣຍ ຜູ້​ບັນຊາການ​ສູງສຸດ​ຂອງ​ກອງທັບ​ອັດຊີເຣຍ​ໄດ້​ໂຈມຕີ​ອາຊະໂດດ​ເມືອງ​ຂອງ​ຊາວ​ຟີລິດສະຕິນ.


ເຮົາ​ຈະ​ຂັບໄລ່​ຜູ້ປົກຄອງ​ເມືອງ​ອາຊະໂດດ ແລະ​ເມືອງ​ອາຊະເກໂລນ​ໃຫ້​ອອກ​ໜີໄປ; ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ຕາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.


ຍັງ​ມີ​ເມືອງ​ເອັກໂຣນ​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ


ຍັງ​ມີ​ເມືອງ​ອາຊະໂດດ​ແລະ​ກາຊາ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ ໄປ​ຈົນເຖິງ​ລຳນໍ້າ​ທາງ​ຊາຍແດນ​ຂອງ​ປະເທດ​ເອຢິບ ແລະ​ທາງ​ຝັ່ງ​ທະເລ​ເມດີແຕຣາເນ.


ຫລັງຈາກ​ພວກ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ຂອງ​ພຣະເຈົ້າ​ໄປ​ແລ້ວ ພວກເຂົາ​ກໍ​ຫາມ​ຫີບ​ນີ້​ອອກ​ຈາກ​ເອເບັນເອເຊ ໄປ​ສູ່​ເມືອງ​ຂອງ​ພວກເຂົາ​ທີ່​ອາຊະໂດດ,


ພຣະເຈົ້າຢາເວ​ໄດ້​ລົງໂທດ​ຊາວ​ເມືອງ​ອາຊະໂດດ​ຢ່າງໜັກ ທັງ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ພຣະອົງ​ຫລາຍ​ທີ່ສຸດ. ພຣະອົງ​ຍັງ​ໄດ້​ລົງໂທດ​ພວກເຂົາ ຕະຫລອດ​ທັງ​ປະຊາຊົນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ໂດຍ​ໃຫ້​ເກີດ​ຕຸ່ມຝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka