Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:45 - ພຣະຄຳພີສັກສິ

45 ຍັງ​ມີ​ເມືອງ​ເອັກໂຣນ​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ກັບ​ໝູ່ບ້ານ​ຕ່າງໆ

Uka jalj uñjjattʼäta Copia luraña




ໂຢຊວຍ 15:45
11 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ບັນພະບຸລຸດ​ຂອງ​ສິບສອງ​ເຜົ່າ ແລະ​ຊື່​ຂອງ​ພວກເຂົາ​ກາຍເປັນ​ຊື່​ຂອງ​ບ້ານ​ກັບ​ທີ່ພັກ​ອາໄສ​ຕ່າງໆ.


ເຮົາ​ຈະ​ຂັບໄລ່​ຜູ້ປົກຄອງ​ເມືອງ​ອາຊະໂດດ ແລະ​ເມືອງ​ອາຊະເກໂລນ​ໃຫ້​ອອກ​ໜີໄປ; ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ຕາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ. ອາຊະເກໂລນ​ຈະ​ກາຍເປັນ​ເມືອງ​ຮົກຮ້າງ. ປະຊາຊົນ​ຂອງ​ເມືອງ​ອາຊະໂດດ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ໃນ​ເຄິ່ງ​ມື້ ແລະ​ຊາວ​ເອັກໂຣນ​ຈະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ເມືອງ​ຂອງ​ພວກເຂົາ.


ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).


ແລ້ວ​ຊາຍແດນ​ນັ້ນ​ກໍໄດ້​ຍາວ​ອອກ​ໄປ ຈົນເຖິງ​ເນີນພູ​ດ້ານ​ເໜືອ​ຂອງ​ເມືອງ​ເອັກໂຣນ ລ້ຽວ​ໄປ​ທາງ​ຊິກເກໂຣນ, ຜ່ານ​ພູ​ບາອາລາ ແລະ​ໄປ​ຈົນເຖິງ​ຢຳນີຢາ. ເຂດແດນ​ນີ້​ເລີຍ​ໄປ​ສຸດ​ລົງ​ທີ່​ທະເລ​ເມດີແຕຣາເນ


ເກອີລາ, ອັກຊິບ ແລະ​ມາເຣຊາ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຕະຫລອດ​ທັງ​ເມືອງ​ຕ່າງໆ​ທັງໝົດ​ຊຶ່ງ​ຢູ່​ໃກ້​ກັບ​ອາຊະໂດດ ຕັ້ງແຕ່​ເອັກໂຣນ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.


ເອໂລນ, ຕີມນາ, ເອັກໂຣນ,


ເມື່ອ​ເປັນ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງ​ເອັກໂຣນ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ. ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ມາ​ເຖິງ​ເມືອງ​ນີ້​ແລ້ວ ປະຊາຊົນ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ມາ​ທີ່​ນີ້ ເພື່ອ​ໝາຍ​ຈະ​ຂ້າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ.”


ຄຳ​ທີ່​ເປັນ​ຮູບ​ຕຸ່ມຝີ​ຫ້າ​ກ້ອນ​ຊຶ່ງ​ພວກ​ຟີລິດສະຕິນ​ໄດ້​ຈັດ​ສົ່ງ​ມາ ເປັນ​ຂອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເພື່ອ​ຊົດໃຊ້​ບາບ​ນັ້ນ ແຕ່ລະ​ກ້ອນ​ແມ່ນ​ສຳລັບ​ແຕ່ລະ​ເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະ​ເອັກໂຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka