Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:41 - ພຣະຄຳພີສັກສິ

41 ເກເດໂຣດ, ເບັດ​ດາໂກນ, ນາອາມາ ແລະ​ມັກເກດາ. ລວມ​ທັງໝົດ​ມີ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:41
10 Jak'a apnaqawi uñst'ayäwi  

ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.


ໂຢບ​ມີ​ໝູ່ເພື່ອນ​ສາມ​ຄົນ​ດັ່ງນີ້: ເອລີຟັດ ຊາວ​ເຕມານ, ບິນດາດ ຊາວ​ຊູອາ ແລະ​ໂຊພາ ຊາວ​ນາອາມາ. ເມື່ອ​ໄດ້ຍິນ​ຂ່າວ​ວ່າ, ໂຢບ​ກຳລັງ​ທົນທຸກ​ຢູ່​ຢ່າງ​ໜັກ ພວກເຂົາ​ກໍ​ຕັດສິນໃຈ​ມາ​ຢ້ຽມຢາມ​ລາວ​ເພື່ອ​ເລົ້າໂລມ​ໃຈ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ອາໂມ​ແຕກຕື່ນ ແລະ​ໜີໄປ​ຕໍ່ໜ້າ​ກອງທັບ​ອິດສະຣາເອນ. ຝ່າຍ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ພວກເຂົາ​ເປັນ​ຈຳນວນ​ຫລວງຫລາຍ​ຢູ່​ໃນ​ເມືອງ​ກີເບໂອນ ແລະ​ໄລ່​ຕິດຕາມ​ພວກ​ທີ່​ເຫຼືອ​ຢູ່ ລົງ​ໄປ​ສູ່​ຊ່ອງແຄບ​ຂອງ​ພູເຂົາ​ທີ່​ເມືອງ​ເບັດ​ໂຮໂຣນ ໂດຍ​ສືບຕໍ່​ໂຈມຕີ​ພວກເຂົາ​ໄປ​ທາງໃຕ້ ຈົນເຖິງ​ເມືອງ​ອາເຊກາ​ແລະ​ເມືອງ​ມັກເກດາ.


ແລ້ວ​ທະຫານ​ທັງໝົດ​ຂອງ​ໂຢຊວຍ ກໍໄດ້​ກັບຄືນ​ມາ​ຫາ​ເພິ່ນ​ທີ່​ຄ້າຍພັກ​ມັກເກດາ. ຢູ່​ໃນ​ດິນແດນ​ນັ້ນ​ບໍ່ມີ​ຜູ້ໃດ​ກ້າ​ຕໍ່ຕ້ານ​ຊາວ​ອິດສະຣາເອນ.


ໃນ​ມື້ນັ້ນ ໂຢຊວຍ​ໄດ້​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ມັກເກດາ ແລະ​ໄດ້​ຂ້າ​ກະສັດ​ຂອງ​ເມືອງ​ນັ້ນ. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ມັກເກດາ ເໝືອນ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.


ກະສັດ​ຂອງ​ມັກເກດາ, ກະສັດ​ຂອງ​ເບັດເອນ,


ກັບໂບນ, ລາມາມ, ກິດລິດ,


ມີ​ເມືອງ​ຕ່າງໆ​ອີກ​ດັ່ງນີ້: ລິບນາ, ເອເທ, ອາຊານ,


ເມື່ອ​ລ້ຽວ​ໄປ​ທາງທິດ​ຕາເວັນອອກ ຊາຍແດນ​ນີ້​ໄດ້​ໄປ​ຈົນເຖິງ​ເບັດ​ດາໂກນ ໂດຍ​ຈຸ​ກັບ​ເຊບູໂລນ​ແລະ​ຮ່ອມພູ​ອິບຕາເຮນ ໄປ​ທາງ​ເໜືອ​ຈົນເຖິງ​ເບັດເອເມກ​ແລະ​ເນອີເອນ. ຊາຍແດນ​ນີ້​ຍັງ​ໄປ​ເໜືອ​ເລື້ອຍໆ​ຈົນເຖິງ​ກາບູນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka