4 ຂຶ້ນໄປທາງອາຊະໂມນ ແລະລຽບໄປຕາມລຳນໍ້າຂອງຊາຍແດນແຫ່ງປະເທດເອຢິບ ລົງສູ່ທະເລເມດີແຕຣາເນ. ອັນນີ້ແມ່ນຊາຍແດນທາງທິດໃຕ້ຂອງເຜົ່າຢູດາ.
ແລ້ວພຣະເຈົ້າຢາເວກໍໄດ້ຕັ້ງພັນທະສັນຍາກັບອັບຣາມ ໂດຍກ່າວວ່າ, “ເຮົາສັນຍາວ່າ ຈະມອບດິນແດນທັງໝົດນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ ຄືດິນແດນຕັ້ງແຕ່ເຂດແດນຂອງເອຢິບ ຈົນໄປເຖິງແມ່ນໍ້າໃຫຍ່ເອີຟຣັດ
ທີ່ພຣະວິຫານ ກະສັດໂຊໂລໂມນແລະປະຊາຊົນອິດສະຣາເອນທັງໝົດ ໄດ້ສະເຫລີມສະຫລອງເທດສະການປຸກຕູບຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນເວລາເຈັດວັນ. ປະຊາຊົນຈຳນວນຫລວງຫລາຍໄດ້ມາຮ່ວມນຳ ຄືມາແຕ່ທາງເໜືອສຸດຂອງຊ່ອງແຄບຮາມັດ ແລະເຂດແດນທາງໃຕ້ຂອງປະເທດເອຢິບ.
ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ ຕັ້ງແຕ່ອ່າວອາກາບາຈົນເຖິງທະເລເມດີແຕຣາເນ ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊີນາຍຈົນເຖິງແມ່ນໍ້າເອີຟຣັດ. ເຮົາຈະໃຫ້ພວກເຈົ້າມີອຳນາດເໜືອປະຊາຊົນຕ່າງໆໃນດິນແດນ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ.
ໃນວັນນັ້ນ ຕັ້ງແຕ່ແມ່ນໍ້າເອີຟຣັດຈົນຮອດຊາຍແດນຂອງປະເທດເອຢິບ ພຣະເຈົ້າຢາເວຈະເຕົ້າໂຮມປະຊາຊົນຂອງພຣະອົງແຕ່ລະຄົນດັ່ງຝັດແກບອອກຈາກເມັດເຂົ້າ.
ຕໍ່ຈາກນັ້ນ ຊາຍແດນຈະລ້ຽວໄປທາງຮ່ອມພູຂອງຊາຍແດນເອຢິບ ແລະສຸດລົງທີ່ທະເລເມດີແຕຣາເນ.
ແລະດິນແດນຂອງຊາວອາວິມທີ່ຢູ່ທາງທິດໃຕ້. (ດິນແດນແຕ່ແມ່ນໍ້າຊີໂຮເຣ ຕາມຊາຍແດນຂອງປະເທດເອຢິບຂຶ້ນໄປທາງເໜືອ ຈົນເຖິງເຂດແດນເອັກໂຣນຖືວ່າເປັນຖິ່ນຂອງຊາວການາອານ; ບັນດາຜູ້ປົກຄອງຂອງຊາວຟີລິດສະຕິນ 5 ຄົນ ທີ່ຢູ່ໃນເມືອງກາຊາ, ເມືອງອາຊະໂດດ, ເມືອງອາຊະເກໂລນ, ເມືອງກາດ ແລະເມືອງເອັກໂຣນ).
ສູ່ທາງໃຕ້ຈາກຊ່ອງແຄບອັກຣັບບິມໄປຈົນເຖິງຊິນ. ດິນແດນນີ້ແຕ່ຕອນໃຕ້ຂອງກາເດັດບາກເນອາ ຕ້ອງໄດ້ຜ່ານໄປທາງເມືອງເຮຊະໂຣນ, ຂຶ້ນໄປທາງອັດດາ, ລ້ຽວໄປທາງກາກກາ,
ຍັງມີເມືອງອາຊະໂດດແລະກາຊາ ພ້ອມທັງເມືອງເລັກເມືອງນ້ອຍກັບໝູ່ບ້ານຕ່າງໆ ໄປຈົນເຖິງລຳນໍ້າທາງຊາຍແດນຂອງປະເທດເອຢິບ ແລະທາງຝັ່ງທະເລເມດີແຕຣາເນ.