ກະສັດເຮເຊກີຢາແຫ່ງຢູດາຍໄດ້ສົ່ງສານໄປຫາກະສັດເຊັນນາເກຣິບ ຜູ້ທີ່ຢູ່ໃນເມືອງລາກິດ ໂດຍມີຂໍ້ຄວາມດັ່ງນີ້: “ຂ້າພະເຈົ້າໄດ້ເຮັດຜິດແລ້ວ; ກະລຸນາຢຸດໂຈມຕີສາ ແລະຂ້າພະເຈົ້າຈະຍອມຈ່າຍທຸກສິ່ງຕາມທີ່ທ່ານຂໍຮ້ອງມາ.” ກະສັດແຫ່ງອັດຊີເຣຍຕອບກະສັດເຮເຊກີຢາແຫ່ງຢູດາຍວ່າຕ້ອງສົ່ງເງິນສິບໂຕນ ແລະຄຳໜຶ່ງໂຕນໃຫ້ເພິ່ນ.
ກະສັດແຫ່ງອັດຊີເຣຍໄດ້ສົ່ງກອງທັບໃຫຍ່ແຕ່ເມືອງລາກິດໄປໂຈມຕີກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ; ກອງທັບນີ້ບັນຊາການໂດຍນາຍທະຫານສາມຄົນ ມີດັ່ງນີ້: ຜູ້ບັນຊາການສູງສຸດ, ຜູ້ບັນຊາການກອງທັບ ແລະຮອງຜູ້ບັນຊາການສູງສຸດທີ່ເປັນຜູ້ບັນຊາການແນວຮົບ. ເມື່ອມາຮອດນະຄອນເຢຣູຊາເລັມແລ້ວ ພວກເຂົາກໍເຂົ້າຢຶດເອົາຖະໜົນຊ່າງຕໍ່າຜ້າ ໂດຍຜ່ານໄປທາງທໍ່ນໍ້າທີ່ໄຫລມາແຕ່ສະນໍ້າເບື້ອງເໜືອ.