3 ສູ່ທາງໃຕ້ຈາກຊ່ອງແຄບອັກຣັບບິມໄປຈົນເຖິງຊິນ. ດິນແດນນີ້ແຕ່ຕອນໃຕ້ຂອງກາເດັດບາກເນອາ ຕ້ອງໄດ້ຜ່ານໄປທາງເມືອງເຮຊະໂຣນ, ຂຶ້ນໄປທາງອັດດາ, ລ້ຽວໄປທາງກາກກາ,
ແລ້ວພວກເຂົາກໍໄດ້ເຄື່ອນທັບມາເຖິງເມືອງກາເດັດ. (ເມືອງນີ້ມີຊື່ອີກວ່າເອນມິດສະປັດ.) ພວກເຂົາໄດ້ເອົາຊະນະທຸກເມືອງຂອງຊາວອາມາເຫຼັກ ຕະຫລອດທັງຊາວອາໂມ ທີ່ອາໄສຢູ່ໃນເມືອງຮາຊາໂຊນຕາມາ.
ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ.
ຕອນເມື່ອຂ້າພະເຈົ້າໄດ້ໃຊ້ພໍ່ຂອງພວກເຈົ້າຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້ານີ້ແຫຼະ.
ແລ້ວໂຄ້ງໄປທາງໃຕ້ຂອງທາງຜ່ານຊ່ອງແຄບອັກຣັບບິມ ແລະຜ່ານຊິນໄປສູ່ທາງໃຕ້ເຖິງກາເດັດບາກເນອາ. ແລ້ວກໍໂຄ້ງຂຶ້ນໄປທາງທິດຕາເວັນຕົກສ່ຽງເໜືອເຖິງຮາຊາອັດດາ ແລະເລີຍໄປຮອດອາຊະໂມນ
ດິນແດນທາງທິດໃຕ້ນີ້ເລີ່ມແຕ່ທາງໃຕ້ສຸດຂອງທະເລຕາຍ
ຂຶ້ນໄປທາງອາຊະໂມນ ແລະລຽບໄປຕາມລຳນໍ້າຂອງຊາຍແດນແຫ່ງປະເທດເອຢິບ ລົງສູ່ທະເລເມດີແຕຣາເນ. ອັນນີ້ແມ່ນຊາຍແດນທາງທິດໃຕ້ຂອງເຜົ່າຢູດາ.
ທາງພາກເໜືອຂອງເສລາ ເຂດແດນຂອງຊາວເອໂດມ ຂະຫຍາຍອອກໄປຈົນເຖິງຊ່ອງແຄບຂອງອັກຣັບບິມ.