21 ເມືອງຕ່າງໆທາງທິດໃຕ້ສຸດທີ່ເປັນຂອງພວກເຂົາ ດ້ານທີ່ຢູ່ໃກ້ເຂດເອໂດມ ມີດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,
ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະຕັ້ງຄ້າຍພັກອາໄສຢູ່ທາງດ້ານໜຶ່ງອີກຂອງຫໍຄອຍເອເດ.
ເບນາອີຢາ ລູກຊາຍຂອງເຢໂຮຍອາດາຊາວກັບເຊເອນ ເປັນທະຫານທີ່ມີຊື່ສຽງອີກຄົນໜຶ່ງ; ລາວໄດ້ສ້າງວິລະກຳໄວ້ຫລາຍຢ່າງ ຄືໄດ້ຂ້າທະຫານໂມອາບຜູ້ສຳຄັນສອງຄົນ. ມີຄັ້ງໜຶ່ງ ໃນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມແລະໄດ້ຂ້າສິງໂຕໜຶ່ງ.
ນັບລົງໄປເຖິງສະໄໝຂອງກະສັດດາວິດ ເຊື້ອສາຍຂອງຊີເມໂອນໄດ້ອາໄສຢູ່ໃນເມືອງ ດັ່ງຕໍ່ໄປນີ້: ເບເອນເຊບາ, ໂມລາດາ, ຮາຊາຊູອານ,
ປະຊາຊົນສ່ວນຫລາຍແມ່ນໄດ້ອາໄສຢູ່ໃນເມືອງນ້ອຍ ໃກ້ກັບໄຮ່ນາຂອງພວກເຂົາ. ພວກທີ່ເປັນຄົນໃນເຜົ່າຂອງຢູດາໄດ້ອາໄສຢູ່ໃນເມືອງກີຣິອາດອາກບາ, ດີໂບນ ແລະເຢກັບເຊເອນ ແລະໃນໝູ່ບ້ານຕ່າງໆທີ່ໃກ້ຄຽງກັບເມືອງເຫຼົ່ານັ້ນ.
ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ.
ຕໍ່ໄປນີ້ແມ່ນດິນແດນທີ່ຄອບຄົວຕ່າງໆໃນເຜົ່າຢູດາ ໄດ້ຮັບເປັນກຳມະສິດຂອງຕົນ.
ກີນາ, ດີໂມນາ, ອາດາດາ,
ການໃຊ້ສະຫລາກຄັ້ງທີສອງໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າຊີເມໂອນ. ເຂດແດນນີ້ຍາວໄປຈົນເຖິງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຜົ່າຢູດາ.