20 ຕໍ່ໄປນີ້ແມ່ນດິນແດນທີ່ຄອບຄົວຕ່າງໆໃນເຜົ່າຢູດາ ໄດ້ຮັບເປັນກຳມະສິດຂອງຕົນ.
ເພິ່ນໄດ້ເວົ້າເຖິງເຜົ່າຢູດາວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດຟັງພວກເຂົາຮ້ອງໃຫ້ຊ່ວຍເຫລືອແດ່ ຊ່ວຍດູແລຕູ້ມພວກເຂົາໄວ້ໃຫ້ຮ່ວມເຂົ້າກັບເຜົ່າອື່ນແດ່ເດີ ໂຜດສູ້ຮົບເພື່ອພວກເຂົາດ້ວຍ ແລະຊ່ວຍພວກເຂົາປາບເຫຼົ່າສັດຕູແດ່ທ້ອນ.”
ນາງຈຶ່ງຕອບວ່າ, “ລູກຢາກໄດ້ດິນແດນເນເກັບພ້ອມທັງບໍ່ນໍ້າບາງແຫ່ງ ເພາະບ່ອນທີ່ພໍ່ໄດ້ມອບໃຫ້ລູກນັ້ນເປັນດິນແຫ້ງແລ້ງ.” ດັ່ງນັ້ນ ກາເລັບຈຶ່ງໄດ້ມອບບໍ່ນໍ້າທາງເໜືອແລະທາງໃຕ້ໃຫ້ແກ່ນາງ.
ເມືອງຕ່າງໆທາງທິດໃຕ້ສຸດທີ່ເປັນຂອງພວກເຂົາ ດ້ານທີ່ຢູ່ໃກ້ເຂດເອໂດມ ມີດັ່ງນີ້: ກັບເຊເອນ, ເອເດ, ຢາກູເຣ,