Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 15:19 - ພຣະຄຳພີສັກສິ

19 ນາງ​ຈຶ່ງ​ຕອບ​ວ່າ, “ລູກ​ຢາກ​ໄດ້​ດິນແດນ​ເນເກັບ​ພ້ອມທັງ​ບໍ່ນໍ້າ​ບາງ​ແຫ່ງ ເພາະ​ບ່ອນ​ທີ່​ພໍ່​ໄດ້​ມອບ​ໃຫ້​ລູກ​ນັ້ນ​ເປັນ​ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ໄດ້​ມອບ​ບໍ່ນໍ້າ​ທາງເໜືອ​ແລະ​ທາງໃຕ້​ໃຫ້​ແກ່​ນາງ.

Uka jalj uñjjattʼäta Copia luraña




ໂຢຊວຍ 15:19
8 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.


ຈົ່ງ​ຮັບ​ເອົາ​ຂອງຕ້ອນ​ທີ່​ນ້ອງ​ນຳ​ມາ​ມອບ​ໃຫ້​ອ້າຍ​ນີ້​ສາ ພຣະເຈົ້າ​ໄດ້​ໂຜດ​ກະລຸນາ​ນ້ອງ​ໂດຍ​ໃຫ້​ທຸກສິ່ງ​ທີ່​ນ້ອງ​ຕ້ອງການ.” ຢາໂຄບ​ວິງວອນ​ຂໍ​ຢ່າງ​ອ່ອນນ້ອມ​ຈົນ​ອ້າຍ​ຍອມ​ຮັບ​ເອົາ.


ດັ່ງນັ້ນ ເຮົາ​ຈຶ່ງ​ເຫັນ​ວ່າ ຈຳເປັນ​ຕ້ອງ​ວອນ​ຂໍ​ພີ່ນ້ອງ​ເຫຼົ່ານັ້ນ ໃຫ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເຮົາ ເພື່ອ​ຕຽມ​ເຄື່ອງ​ບໍລິຈາກ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ ແລ້ວ​ສິ່ງ​ນັ້ນ​ກໍ​ຄົງ​ຈະ​ໄດ້​ມີ​ໄວ້​ພ້ອມ ເມື່ອ​ເຮົາ​ໄປ​ເຖິງ ອັນ​ຈະ​ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ ພວກເຈົ້າ​ມີ​ນໍ້າໃຈ​ຢາກ​ຖວາຍ​ບໍ່ແມ່ນ​ດ້ວຍ​ຄວາມ​ຂືນໃຈ.


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າຢູດາ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ພວກເຂົາ​ຮ້ອງ​ໃຫ້​ຊ່ວຍເຫລືອ​ແດ່ ຊ່ວຍ​ດູແລ​ຕູ້ມ​ພວກເຂົາ​ໄວ້​ໃຫ້​ຮ່ວມ​ເຂົ້າ​ກັບ​ເຜົ່າອື່ນ​ແດ່ເດີ ໂຜດ​ສູ້ຮົບ​ເພື່ອ​ພວກເຂົາ​ດ້ວຍ ແລະ​ຊ່ວຍ​ພວກເຂົາ​ປາບ​ເຫຼົ່າ​ສັດຕູ​ແດ່ທ້ອນ.”


ຢູ່​ມາ​ຫລັງຈາກ​ແຕ່ງງານ​ແລ້ວ ໂອດນີເອນ​ໄດ້​ຊັກຊວນ​ນາງ ໃຫ້​ຂໍ​ທົ່ງນາ​ຈາກ​ຜູ້​ເປັນ​ພໍ່. ເມື່ອ​ນາງ​ລົງ​ຈາກ​ຫລັງ​ລໍ ກາເລັບ​ກໍໄດ້​ຖາມ​ວ່າ, “ລູກ​ຢາກ​ໄດ້​ຫຍັງ?”


ຕໍ່ໄປນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າຢູດາ ໄດ້​ຮັບ​ເປັນ​ກຳມະສິດ​ຂອງຕົນ.


ຂໍ​ທ່ານ​ກະລຸນາ​ຮັບ​ເອົາ​ຂອງຂວັນ​ທີ່​ຂ້ານ້ອຍ​ນຳ​ມາ​ໃຫ້​ທ່ານ ແລະ​ແຈກຢາຍ​ໃຫ້​ຄົນ​ຂອງທ່ານ​ກິນ​ເຖີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka