17 ໂອດນີເອນ ລູກຊາຍຂອງເກນາດນ້ອງຊາຍຂອງກາເລັບຢຶດເມືອງນັ້ນໄດ້. ດັ່ງນັ້ນ ກາເລັບຈຶ່ງໄດ້ຍົກອັກສາລູກສາວຂອງຕົນ ໃຫ້ແຕ່ງງານກັບລາວ.
ຕໍ່ມາ ນາງກໍມີລູກຊາຍອີກສອງຄົນ ດັ່ງນີ້: ຊາອາບ ຜູ້ທີ່ໄດ້ສ້າງເມືອງມາດມານນາ ແລະເຊວາ ຜູ້ທີ່ໄດ້ສ້າງເມືອງມັກເບນາ ແລະກີເບອາ. ນອກນີ້ ກາເລັບຍັງມີລູກສາວຄົນໜຶ່ງຊື່ວ່າ ອັກສາ.
ເກນາດມີລູກຊາຍສອງຄົນດັ່ງນີ້: ໂອດນີເອນແລະເສຣາອີຢາ. ໂອດນີເອນມີລູກຊາຍສອງຄົນເຊັ່ນກັນ ດັ່ງນີ້: ຮາທັດ ແລະເມໂອໂນໄທ.
ເລື່ອງນີ້ລວມເຖິງທຸກໆຄົນ ນອກຈາກກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະໂຢຊວຍລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ.
ມື້ໜຶ່ງ ມີບາງຄົນຈາກເຜົ່າຢູດາໄດ້ມາຫາໂຢຊວຍທີ່ເມືອງກິນການ. ກາເລັບ ລູກຊາຍຂອງເຢຟຸນເນຊາວເກນິດ ແມ່ນຜູ້ໜຶ່ງໃນຈຳນວນພວກນີ້. ລາວໄດ້ກ່າວແກ່ໂຢຊວຍວ່າ, “ທ່ານກໍຮູ້ເຖິງເລື່ອງທີ່ພຣະເຈົ້າຢາເວໄດ້ກ່າວທີ່ກາເດັດບາກເນອາ ເລື່ອງຂອງທ່ານແລະຂ້າພະເຈົ້າແກ່ໂມເຊຄົນຂອງພຣະເຈົ້າ.
ກາເລັບໄດ້ກ່າວວ່າ, “ຜູ້ໃດຢຶດຄອງເມືອງກີຣິອາດເຊເຟນີ້ໄດ້ສຳເລັດຈະໄດ້ແຕ່ງງານກັບອັກສາ ລູກສາວຂອງຂ້າພະເຈົ້າ.”
ແລ້ວໂອດນີເອນລູກຊາຍຂອງເກນາ ແລະຫລານຊາຍຂອງກາເລັບເອງ ກໍຢຶດເມືອງໄດ້. ດັ່ງນັ້ນ ກາເລັບຈຶ່ງຍົກນາງອັກສາລູກສາວຂອງຕົນ ໃຫ້ແຕ່ງງານກັບໂອດນີເອນ.
ປະເທດຊາດບ້ານເມືອງໄດ້ມີຄວາມສະຫງົບສຸກເປັນເວລາສີ່ສິບປີ ແລ້ວໂອດນີເອນລູກຊາຍຂອງເກນາດກໍໄດ້ຕາຍໄປ.
ແລ້ວຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວ ແລະພຣະເຈົ້າຢາເວໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍພວກເຂົາໃຫ້ພົ້ນ. ຊາຍຜູ້ນີ້ແມ່ນໂອດນີເອນ ລູກຊາຍຂອງເກນາດຜູ້ທີ່ເປັນນ້ອງຊາຍຂອງກາເລັບ.