16 ກາເລັບໄດ້ກ່າວວ່າ, “ຜູ້ໃດຢຶດຄອງເມືອງກີຣິອາດເຊເຟນີ້ໄດ້ສຳເລັດຈະໄດ້ແຕ່ງງານກັບອັກສາ ລູກສາວຂອງຂ້າພະເຈົ້າ.”
ຕໍ່ມາ ນາງກໍມີລູກຊາຍອີກສອງຄົນ ດັ່ງນີ້: ຊາອາບ ຜູ້ທີ່ໄດ້ສ້າງເມືອງມາດມານນາ ແລະເຊວາ ຜູ້ທີ່ໄດ້ສ້າງເມືອງມັກເບນາ ແລະກີເບອາ. ນອກນີ້ ກາເລັບຍັງມີລູກສາວຄົນໜຶ່ງຊື່ວ່າ ອັກສາ.
ຈາກນັ້ນ ກາເລັບໄດ້ອອກໄປໂຈມຕີປະຊາຊົນທີ່ອາໄສຢູ່ໃນເມືອງເດບີ (ເມືອງນີ້ເຄີຍມີຊື່ວ່າ ກີຣິອາດເຊເຟ).
ໂອດນີເອນ ລູກຊາຍຂອງເກນາດນ້ອງຊາຍຂອງກາເລັບຢຶດເມືອງນັ້ນໄດ້. ດັ່ງນັ້ນ ກາເລັບຈຶ່ງໄດ້ຍົກອັກສາລູກສາວຂອງຕົນ ໃຫ້ແຕ່ງງານກັບລາວ.
ເຈົ້າອາໂດນີເບເຊັກໄດ້ປົບໜີໄປ ແຕ່ພວກອິດສະຣາເອນໄລ່ຕິດຕາມແລະຈັບເພິ່ນໄດ້. ພວກເຂົາໄດ້ຕັດໂປ້ມືແລະໂປ້ຕີນຂອງເພິ່ນຖິ້ມ.
ພວກເຂົາເວົ້າກັນວ່າ, “ເບິ່ງມັນພຸ້ນດູ! ຟັງມັນເວົ້າຫັ້ນແມ ກະສັດໂຊນສັນຍາວ່າຈະໃຫ້ບຳເໜັດແກ່ຊາຍຜູ້ທີ່ຂ້າມັນໄດ້; ກະສັດຈະໃຫ້ລາວແຕ່ງງານກັບລູກສາວຂອງເພິ່ນ ພ້ອມທັງໃຫ້ຄອບຄົວຂອງພໍ່ລາວຍົກເວັ້ນຈາກການເສຍສ່ວຍ.”